ສະຫະພັນແມ່ຍິງໜ່ວຍປົກຄອງ ໄດ້ຈັດກອງປະຊຸມເລືອກຕັ້ງຄະນະໜ່ວຍຊຸດໃໝ່ຄັ້ງທີ 4 ຂື້ນໃນຕອນເຊົ້າວັນທີ 9 ພະຈິກ 2017 ນີ້, ຢູ່ທີ່ສະໂມສອນເມືອງທ່າແຕງ, ແຂວງເຊກອງ,ໂດຍເປັນປະທານຂອງ ທ່ານນາງ ມະໄລທອງ ວົງນາດ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງທ່າແຕງ, ມີ ທ່ານ ພູເຂົາ ລາດສະບັນດິດ ປະທານກໍາມະບານໜ່ວຍປົກຄອງ, ຄະນະໜ່ວຍອ້ອມຂ້າງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ 30 ກວ່າສະຫາຍເຂົ້າຮ່ວມ.
ທ່ານນາງ ພິດສະໄໝ ຄູນສະຫວັດ ວ່າການປະທານໜ່ວຍສະຫະພັນແມ່ຍິງໜ່ວຍປົກຄອງກ່າວວ່າ: ຕະຫຼອດໄລຍະ 3 ປີ ( 2015-2017 ) ຄະນະໜ່ວຍໄດ້ເອົາໃຈໃສ່ປະຕິບັດກອງປະຊຸມໃຫ່ຍຄັ້ງທີ 3 ຂອງສະຫະພັນແມ່ຍິງເມືອງທ່າແຕງ, ໂດຍຕິດພັນກັບມະຕິ 5 ຂອງອົງຄະນະພັກເມືອງ ດ້ວຍບາດກ້າວທີ່ໜັກແໜ້ນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ ໂດຍຖືເອົາວຽກງານການເມືອງແນວຄິດເປັນກົກ ເຂົ້າໃນການສໍາຫຼວດກວດກາພາຍໃນຈຸ, ໜ່ວຍ, ເສຍເງິນສະຖິຕິຢ່າງຕໍ່ເນື່ອງ.
ທ່ານນາງ ມະໄລທອງ ວົງນາດ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ທ່າແຕງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານໜ່ວຍປົກຄອງ ພ້ອມຮຽກຮ້ອງໃຫ້ຄະນະໜ່ວຍຊຸດໃໝ່ ພ້ອມດ້ວຍສະມາຊິກທຸກສະຫາຍ ຕອ້ງສືບຕໍ່ປະຕິບັດກອງປະຊຸມໃຫ່ຍຄັ້ງທີ 4,ການກໍານົດທິດທາງ,ແຜນການ 5 ປີຕໍ່ໜ້າ,ສືບຕໍ່ນໍາພາຂະບວນການເຄື່ອນໄຫວວຽກງານແຕ່ລະດ້ານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ 7 ຂອງສູນກາງສະຫະພັນແມ່ຍິງລາວທົ່ວປະເທດ ຕິດພັນກັບທຸກມະຕິຂອງແຂວງ-ເມືອງ, ຄົ້ນຄວ້າເຊື່ອມຊືມກໍາແໜ້ນພາລະບົດບາດ,ສິດໜ້າທີ່ຂອງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ປັບປຸງແບບແຜນວິທີເຮັດວຽກ,ເຮັດວຽກແບບລວມສູນປະຊາທິປະໄຕ,ແບ່ງຄວາມຮັບຜິດຊອບຢ່າງລະອຽດ ເພື່ອສ້າງແມ່ຍິງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງສະຫະພັນແມ່ຍິງລາວບັນດາເຜົ່າ, ເປັນເຈົ້າການປະຕິບັດຄໍາຂວັນ ທີ່ວ່າ: ການພັດທະນາຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ ຢ່າງເຂັ້ມງວດ.
Editor: ກຳປານາດ ລັດຖະເຮົ້າ