ຊຸດຝຶກອົບຮົມ ວຽກງານກວດກາ, ຕິດຕາມ, ການປະຕິບັດກົດໝາຍ ໃນສະຖານທີ່ກັກຂັງ, ສູນດັດສ້າງ ແລະ ຄ້າຍດັດສ້າງ 7 ແຂວງພາກກາງ. ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 7 ພະຈິກ 2017 ຢູ່ທີ່ຫ້ອງປະຊຸມເບີ 2 ຂອງແຂວງບໍລິຄໍາໄຊ. ໃຫ້ກຽດເຂົ້າຮ່ວມກ່າວເປີດຂອງ ທ່ານ ບຸນຍັງ ຈັນດາລາສານ ຮອງຫົວໜ້າອົງການ ໄອຍາການປະຊາຊົນສຸງສຸດ, ມີໄອຍາການ ປະຊາຊົນແຂວງ,ກອງບັນຊາການປກສແຂວງ, ພະແນກຍຸດຕິທໍາ ພ້ອມດ້ວຍເຈົ້າໜ້າາທີ່ສູນດັດສ້າງ, ຄ້າຍດັດສ້າງ,ຄ້າຍຄູມຂັງ 7 ແຂວງ ຄື: ແຂວງຊຽງຂວາງ, ໄຊສົມບູນ, ແຂວງວຽງຈັນ, ນະຄອນຫຼວງ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້, ບັນດາສຳມະກອນຈະໄດ້ຮຽນຮູ້ ຄວາມຮູ້ພື້ນຖານວຽກງານຄ້າຍຄູມຂັງ-ດັດສ້າງ, ການຕິດຕາມ, ກວດກາ, ການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ ແລະ ຄ້າຍດັດສ້າງ,ການນຳໃຊ້ແບບຟອມເຂົ້າໃນການເກັບກຳສະຖິຕິຜູ້ຖືກຫາ, ນັກໂທດ ແລະ ຜູ້ຖືກດັດສ້າງ ຈາກວິທະຍາກອນຂອງກົມທີ່ກຽ່ວຂ້ອງ,ຈຸດປະສົງກໍ່ເພື່ອເປັນການຍົກລະດັບຄວາມຮູ້,ຄວາມສາມາດ ໃຫ້ພະນັກງານໄອຍາການປະຊາຂົນຂັ້ນແຂວງ ແລະ ເຈົ້າໜ້າທີ່ ປກສ ແຂວງ ໄດ້ຮູ້ເຖິງວິທີ່ການ, ຂັ້ນຕອນໃນການຕິດຕາມກວດກາ, ການຈັດຕັ້ງປະຕິບັດກົດໝາຍ, ໃນສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ ແລະ ຄ້າຍຄູມຂັງ-ດັດສ້າງ ແຫ່ງຕ່າງໆ ໃຫ້ມີປະສິດທິຜົນຕາມລະບຽບຫຼັກການທີ່ວາງໄວ້.
ທັ້ງນີ້ກໍ່ເພື່ອແນໃສ່ຄວາມຍຸຕິທຳ,ໂປ່ງໃສ ເປັນທຳຕໍ່ທຸກຄູ່ກໍລະນີ,ຫຼີກລຽ້ງຫາງສຽງຈົ່ມວ່າຂອງສັງຄົມ. ໂອ້ກາດນີ້ສຳມະນາກອນຍັງຈະໄດ້ພ້ອມກັນຄົ້ນຄວ້າ,ສົນທະນາແລກປຽ່ນຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນຫົວຂໍ້ຕ່າງ ແລະ ແກ້ຂໍ້ຂ້ອງໃຈບັນຫາທີ່ເກີດຂື້ນຜ່ານມາຮ່ວມກັນ
ຂ່າວຈາກ ຖວທ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ