ຫ້ອງການຖະແຫລງຂ່າວ ຄະນະລັດຖະບານ ສາທາລະນະລັດ ປະຊາຊົນ ຈີນ, ກຸ່ມບໍລິສັດ ການພີມສາກົນປະເທດຈີນ ແລະ ສະຖານເອກອັກຄະບັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈໍາ ສປປ ລາວ, ໄດ້ຈັດພິທີປະກາດການພີມຄັ້ງທໍາອິດ ຂອງປື້ມ ສີຈີ້ນຜີງ ວ່າດ້ວຍການປົກຄອງປະເທດ ແລະ ບໍລິຫານການເມືອງ ສະບັບພາສາລາວ ຂື້ນທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 9 ພະຈິກ 2017 ນີ້, ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຫົວຫນ້າຄະນະໂຄສະນາອົບຮົມສູນການພັກ, ທ່ານ ກົ່ວ ເວີ້ຍ ຫມິນ ຮອງຫົວຫນ້າຫ້ອງວ່າການຖະແຫລງຂ່າວ ຄະນະລັດຖະບານຈີນ ພ້ອມດ້ວຍຄະນະນໍາ ທັງສອງຝ່າຍ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກົ່ວ ເວີຍ ຫມິນ ຮອງຫົວຫນ້າຫ້ອງວ່າການຖະແຫລງຂ່າວ ຄະນະລັດຖະບານຈີນ ກ່າວວ່າ: ປື້ມ ສີຈີ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ບໍລິຫານການເມືອງ ແມ່ນໄດ້ຮິບໂຮມເອົາຄໍາໂອ້ລົມ, ຄໍາປາໃສ, ຄໍາຊີ້ນໍາ, ຈົດຫມາຍຊົມເຊີຍ ຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ໃນໄລຍະ ເດືອນພະຈິກ 2012- ເດືອນມີຖຸນາ 2014 ເຊີ່ງເລີມຈັດພີມອອກສູ່ສາຍຕາຂອງສັງຄົມ ແຕ່ປີ 2014 ເປັນຕົ້ນມາ, ໄດ້ຈັດພີມຫລາຍກວ່າ 20 ພາສາ ມີຈໍານວນ 6 ລ້ານເຫລັ້ມ ໃນທົ່ວໂລກ, ແນໃສ່ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງຈະແຈ້ງ ກ່ຽວກັບທິດສະດີ ແລະ ນະໂຍບາຍໃນການພັດທະນາ ຂອງທ່ານ ສີຈີ້ນຜິງ ລວມທັງການຈັດພີມປື້ມດັ່ງກ່າວ ເປັນພາສາລາວ ໃນຄັ້ງທໍາອິດ ແນໃສ່ເພື່ອໃຫ້ປະຊາຊົນລາວຮັບຮູ້ ເຂົ້າໃຈທິດທາງການພັດທະນານະໂຍບາຍພາຍໃນ ແລະ ຕ່າງປະເທດ ຂອງ ສປ ຈີນ ໄດ້ຢ່າງດີ.
ທ່ານ ກິແກ້ວ ໄຂຄໍາພິທູນ ຫົວຫນ້າຄະນະໂຄສະນາອົບຮົມສູນການພັກ ກ່າວວ່າ: ການຈັດພີມປື້ມດັ່ງກ່າວເປັນພາສາລາວ ເປັນໂອກາດອັນດີ ທີ່ຈະໄດ້ຮຽນຮູ້ເອົາບົດຮຽນ ແລະ ປະສົບການ ກໍ່ຄືການແກ້ໄຂບັນຫາຕ່າງໆ ໃນຂະບວນວິວັດຂອງການກໍ່ສ້າງ ໄປຕາມທິດສັງຄົມນິຍົມ ຂອງ ສປ ຈີນ, ເນື້ອໃນ ແລະ ທິດສະດີ ທີ່ໄດ້ທ້ອນໂຮມເຂົ້າໃນປື້ມ ຈະປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ລັດທິມາກ-ເລນິນ ເປັນພື້ນຖານແນວທາງທິດສະດີ ຂອງສອງພັກ ລາວ-ຈິນ. ສຳລັບພິທີເປິດປື້ມຄັ້ງນີ້ ແມ່ນມີຄວາມຫມາຍ-ສໍາຄັນຍິ່ງ ເປັນໄລຍະທີ່ ສອງພັກ-ສອງລັດ ກໍ່ຄື ປະຊາຊົນ ສອງຊາດ ລາວ-ຈີນ ກໍາລັງເຕິບໃຫຍ່ຂະຫຍາຍຕົວສູງຂື້ນແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ ເຊີ່ງຈະເປັນການປະກອບສ່ວນ ເຂົ້າໃນການເສີມສ້າງສາຍພົວພັນ ມິດຕະພາບ ຂອງ ສອງປະເທດ ບົນພື້ນຸານຄູ່ຮ່ວມມືຍຸດທະສາດຍາວນານ. ການພີມຄັ້ງທໍາອິດ ສະບັບພາສາລາວ ແມ່ນມີ ຈໍານວນ 2 ພັນຫົວ ເທົ່ານັ້ນ.
Editor: ກຳປານາດ ລັດຖະເຮົ້າ