ໃນວັນທີ 7 ພະຈິກ 2017 ທ່ານນາງ ອຳພອນ ສີວິໄລສັກ ຄະນະບໍລິຫານສູນກາງສະຫະພັນກຳມະບານລາວ, ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງຫລວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ຄະນະສະຫະພັນກຳມະບານເມືອງພູຄູນ ຕໍ່ກັບການເຄື່ອນໄຫວ ຢ້ຽມຢາມ ຄັ້ງນີ້ ທ່ານ ແຫຼມທອງ ຈາວຢ່າງ ປະທານສະຫະພັນກຳມະບານເມືອງພູຄູນ ໄດ້ຂື້ນຜ່ານບົດລາຍງານໂດຍຫຍໍ້ໃນການເຄື່ອນໄຫວຂອງຄະນະສະຫະພັນກຳມະບານເມືອງ ໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງການຈັດຕັ້ງ, ວຽກງານກອງທຶນ ແລະ ວຽກງານປົກປ້ອງແຮງງານ. ປະຈຸບັນໃນທົ່ວເມືອງມີສະມາຊິກກຳມະບານ 582 ທ່ານ, ຍິງ 223 ທ່ານ, ຈຳນວນໜ່ວຍຂະແໜງການ 16 ໜ່ວຍ.
ຈາກນັ້ນ ທ່ານນາງ ອຳພອນ ສີວິໄລສັກ ປະທານສະຫະພັນກຳມະບານແຂວງຫລວງພະບາງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຄະນະສະຫະພັນກຳມະບານເມືອງ ປະຕິບັດໄດ້ໃນໄລຍະຜ່ານມາ ການໃນໂອ້ລົມຄັ້ງນີ້ທ່ານໄດ້ເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມະບານ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ຍົກໃຫ້ເຫັນໃນຫຼາຍບັນຫາເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດໜ້າທີ່ວຽກງານກຳມະບານ, ປັບປຸງຂອດການປະສານງານການແລ່ນເງິນປະສູດ, ເງິນປິ່ນປົວໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນເວລາ, ໃຫ້ສະມາຊິກກຳມະບານທຸກຄົນມີສະຕິຕື່ນຕົວໃນການເສຍເງິນສະຕິ ແລະ ເງິນກອງທຶນຢ່າງເປັນປົກກະຕິ ນອກຈາກນັ້ນ ຍັງໄດ້ເນັ້ນໜັກໃຫ້ບັນດາສະມະຊິກກຳມະບານຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ມີສະຕິໃນການນຳໃຊ້ສື່ສັງຄົມອອນໄລນ໌ ພ້ອມກັນຈັດຕັ້ງປະຕິບັດໃນເນື້ອຂໍ້ແຂ່ງ 5 ເປັນເຈົ້າໃຫ້ປະກົດຜົນເປັນຈິງ ໂອກາດທີ່ມາພົບປະໂອ້ລົມໃນຄັ້ງນີ້ ທ່ານຍັງໄດ້ມອບສັງກະສີໃຫ້ແກ່ຫ້ອງການກຳມະບານເມືອງພູຄູນ ຈຳນວນ 100 ແຜ່ນ.
Editor: ກຳປານາດ ລັດຖະເຮົ້າ