ໃນວັນທີ 6 ພະຈິກ 2017 ນີ້ ທ່ານ ແດນປີ ມູນທະດີ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽງານ 3 ສ້າງ ພ້ອມຄະນະ ໄດ້ລົງຊີ້ນໍາວຽກງານຢູ່ເມືອງປາກຊັນ ມີບັນດາຄະນະຮັບຜິດຊອບ ວຽກງານດັ່ງກ່າວພາຍໃນເມືອງປາກຊັນ ເຂົ້າຮ່ວມ 40 ກວ່າຄົນ
ໂອກາດນີ້ ທ່ານ ບຸນຍູ້ ພົມມະວົງສາ ກຳມະການພັກແຂວງເລຂາພັກເມືອງ ເຈົ້າເມືອງປາກຊັນ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງເມືອງປາກຊັນ ໄດ້ລາຍງານຫຍໍ້ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ໃນໄລຍະ 9 ເດືອນຜ່ານມາ ຢູ່ເມືອງປາກຊັນ ໂດຍປະຕິບັດຕາມທິດຊີ້ນຳ ການລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດມາຍ ຄະນະພັກອົງການປົກຄອງເມືອງປາກຊັນແຕ່ລະຂັ້ນ ແລະ ພະນັກງານກໍ່ສ້າງຮາກຖານ ໄດ້ເປັນເຈົ້າການນໍາພາປະຊາຊົນທຳການຜະລິດ ເຮັດໃຫ້ຊິວິດການເປັນຢູ່ຂອງແຕ່ລະຄອບຄົວດີຂຶ້ນ ອັດຕາຄວາມທຸກຫຍາກຫຼຸດລົງເທື່ອລະກ້າວ ເຊີ່ງໄດ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ ມະຕິກອງປະຊຸມໃຫ່ຍຂອງຄະນະພັກແຕ່ລະຂັ້ນ ໂດຍສະເພາະການແກ້ໄຂຄວາມທຸກຫຍາກ ຕ້ອງຕິດ ແໜ້ນກັບການພັດທະນາຊົນນະບົດ ການຫັນລົງຮາກຖານເພື່ອສ້າງບ້ານ ແລະ ກຸ່ມບ້ານພັດທະນາ ພາຍໄຕ້ການຊີ້ນໍາໂດຍກົງຂອງຄະນະພັກເມືອງ ໃນໄລຍະຜ່ານມາໄດ້ເອົາໃຈໃສ່ສູ້ຊົນ ຈັດຕັ້ງປະຕິບັດວຽກງານຂອງຕົນ ດ້ວຍການຫັນເປັນແຜນການ ໂຄງການລະອຽດ ນໍາໃຊ້ທີ່ຕັ້ງທ່າແຮງຂອງບ້ານ ເຮັດໃຫ້ຄອບຄົວທຸກຫຍາກຂອງປະຊາຊົນຫຼຸດລົງເລື້ອຍໆ ການແກ້ໄຂຄວາມທຸກຫຍາກຢູ່ເມືອງປາກຊັນ ໃນໄລຍະຜ່ານມາໄດ້ນໍາໃຊ້ຫຼາຍແບບຫຼາຍວິທີການເຊັ່ນ ປັບປຸງການຈັດຕັ້ງລະບົບການເມືອງ ເສດຖະກິດ-ວັດທະນະທຳສັງຄົມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຮາກຖານໃຫ້ມີຄວາມໜັ້ກແໜ້ນເຂັ້ມແຂງ ເອົາໃຈໃສ່ຊຸກຍູ້ອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດອຂອງເຜົ່າ ປະຈຸບັນມີຄອບຄົວວັດທະນະທຳ 8.638 ຄອບຄົວ ກວມ 86,81% ບ້ານວັດທະນະທໍາ 54 ບ້ານ, ກວມ 100% ເອົາໃຈໃສ່ປະຕິບັດແຜນປະຕິຮູບການສຶກສາ ແລະ ຫຼັກສູດສາຍສາມັນ ເລັ່ງໃສ່ປັບປຸງຄຸນນະພາບການສຶກສາ ຕິດພັນກັບການສ້າງ ແລະ ແກ້ໄຂບັນຫາຄູສອນທີ່ບໍ່ໄດ້ມາດຖານ ປັບປຸງອາຄານຫ້ອງຮຽນໂຮງຮຽນໃຫ້ມີຄຸນນະພາບ ໄດ້ມາດຖານ ແລະ ຄາດໝາຍ ວຽກງານການສຶກສາວາງອອກ ແລະ ວຽກງານອື່ນໆ
ໂອກາດນີ້ ທ່ານ ແດນປີມູ ນທະດີ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ໄດ້ ເໜັ້ນໃຫ້ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂອງເມືອງປາກຊັນ ຈົ່ງໄດ້ເອົາໃຈໃສ່ໃນການຊີ້ນໍາວຽກງານຕ່າງໆໃຫ້ມີຄວາມເໝາະສົມກັບຕຳແໜງງານ ໂດຍສະເພາະສາມຂະແໜງການຕາມສາຍຕັ້ງ ໃຫ້ຖືກຮູບ
ແບບໃນການລົງຮາກຖານ ໂດຍໃຫ້ຂະແໜງການກຽ້ວຂ້ອງ ລົງສ້າງຮາກຖານຢູ່ກັບສະຖານທີ່ດັ່ງກ່າວ ທັງນີ້ກໍ່ເພື່ອຮັບປະກັນໃນການເກັບກຳຂໍ້ມູນໄດ້ດີ ສະນັ້ນ ຕ້ອງໄດ້ສ້າງພະນັກງານຮາກຖານຢູ່ກັບສະຖານທີ່ ໃຫ້ມີຄວາມເຂັ້ມແຂງໃນ 5 ໜ່ວຍງານ, ເຊີ່ງການລົງຮາກຖານຕາມສາຍຕັ້ງ ແມ່ນເປັນວິທີ ທີ່ດີ ໃນການລາຍງານສ່ອງແສງວຽກງານ ແລະ ປະສານງານມີຄວາມສະດອກວ່ອງໄວ້ທັນກັບສະພາບການ
ຂາວຈາກ ພະແນກ ຖວທ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ