ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດງານຖະແຫລງຂ່າວ ການຈັດງານວາງສະແດງ Lao ICT EXPO 2018 ຂື້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໃນບ່າຍວັນທີ 8 ພະຈິກ 2017 ນີ້, ໂດຍການເປັນປະທານຂອງ ທ່ານ ທັນສະໄຫມ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ເຂົ້າຮ່ວມມີບັນດາຫົວຫນ້າກົມ, ກະຊວງ, ອົງການທຽບເທົ່າ, ບັນດາສະຖາບັນການສຶກສາ ແລະ ບັນດາຜູ້ຕາງຫນ້າຈາກບໍລິສັດ ເຂົ້າຮ່ວມ,
ການຖະແຫລງຂ່າວ ດັ່ງກ່າວນີ້, ທ່ານ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ກ່າວວ່າ: ສປປ ລາວ ເປັນປະເທດຫນຶ່ງ ທີ່ມີການພັດທະນາ ແລະ ມີການຂະຫຍາຍຕົວໄວທາງດ້ານເຕັກໂນໂລຊີສື່ສານ, ຂໍ້ມູນຂ່າວສານ ຫລື ICT ນັບມື້ ນັບມີບົດບາດອັນສໍາຄັນໃນການດໍາລົງຊີວິດປະຈໍາວັນ ເຊັ່ນ: ອໍານວຍຄວາມສະດວກແກ່ການປົກຄອງ, ການຜະລິດ, ການສຶກສາ, ການສື່ສານ, ສາທາລະນະສຸກ ແລະ ທຸກວຽກງານຂອງສັງຄົມ, ດັ່ງນັ້ນ ເພື່ອປະຕິບັດບົດບາດໃນການຄຸ້ມຄອງມະຫາພາກດ້ານວຽກງານເຕັກໂນໂລຊີສື່ສານ-ຂໍ້ມູນຂ່າວສານ ( ໄອຊີທີ) ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບ ສະມາຄົມການຄ້າ ໄອຊີທີລາວ ແລະ ກົມສົ່ງເສີມການຄ້າ ໄດ້ພ້ອມກັນເປັນເຈົ້າພາບຈັດງານ Lao ICT EXPO 2018 ຂື້ນ ເປັນຄັ້ງທີ 2 ພາຍໃຕ້ຫົວຂໍ້: ການຫັນໄປສູ່ການປະຕິຮູບ ດິຈິຕໍ ເຊີ່ງງານດັ່ງກ່າວແມ່ນຈະໄດ້ຈັດຂື້ນໃນລະຫວ່າງວັນທີ 24-28 ມັງກອນ 2018 ທີ່ສູນການຄ້າລາວ-ໄອເຕັກ(ຕຶກເກົ່າ) ນະຄອນຫລວງວຽງຈັນ
ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ກັບບັນດາຜູ້ປະກອບການດ້ານໄອທີຊີ ໄດ້ແລກປ່ຽນບົດຮຽນ ແລະ ຮ່ວມມືພັດທະນາ, ທັງເປັນເວທີ ໃຫ້ພາກທຸລະກິດ ຂະຫນາດນ້ອຍ ແລະ ກາງ ໄດ້ມາວາງສະແດງຜົນງານຂອງຕົນ, ພ້ອມທັງມີການແລກປ່ຽນບົດຮຽນກັບພາກສ່ວນອື່ນໆ. ເພື່ອຊຸກຍູ້-ສົ່ງເສີມການນໍາໃຊ້ເຕັກໂນໂລຊີສື່ສານ-ຂໍ້ມູນຂ່າວສານ ທີ່ເປັນເຄື່ອງມືໃນການພັດທະນາເສດຖະກິດ ຫັນເປັນທັນສະໄຫມ ເຂົ້າໃນທຸກຂົງເຂດວຽກງານ ນັບມື້ນັບຫລາຍຂື້ນ, ງານວາງສະແດງ Lao ICT EXPO 2018 ຖືວ່າເປັນງານຫນຶ່ງ ທີ່ອອກແບບມາໃຫ້ມີຫລາຍສີສັນ ຜູ້ເຂົ້າຢ້ຽມຊົມງານຈະໄດ້ທັງຄວາມຮູ້, ຄວາມບັນເທິງ ແລະ ຖອກາດໃນການຂະຫຍາຍທຸລະກິດໃຫ້ກ້າວຫນ້າ, ທັນຍຸກ-ທັນສະໄຫມ ແລະ ພາບໃນງານ ປະກອບມີ: ການວາງສະແດງຜະລິດຕະພັນດ້ານເຕັກໂນໂລຊີສື່ສານ-ຂໍ່ມູນຂ່າວສານ ເຊັ່ນ: ຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ Data Center Solution, ICT Start-up communities, IOT Devices and Solutions, ງານສໍາມະນາຕ່າງໆ ທັງລະດັບສາກົນ ແລະ ລະດັບຊາດ. ເຊີ່ງງານດັ່ງກ່າວແມ່ນຈະໄດ້ຈັດຂື້ນໃນລະຫວ່າງວັນທີ 24-28 ມັງກອນ 2018 ທີ່ສູນການຄ້າລາວ-ໄອເຕັກ.
Editor: ກຳປານາດ ລັດຖະເຮົ້າ