ວັນທີ 3 ພະຈີກ 2017 ຜ່ານມານີ້ ຢູ່ທີ່ຫ້ອງວ່າການປົກຄອງແຂວງຈຳປາສັກ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ແຂວງຈຳປາສັກ. ໃນໂອກາດດັ່ງກ່າວນີ້ ທ່ານກໍ່ໄດ້ຮັບຟັງການລາຍງານສະພາບການນຳພາ-ຊີ້ນຳລວມ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມໃນ 9ເດືອນ 2017 ໂດຍສັງເຂບ ຈາກ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ເຊີ່ງທ່ານໄດ້ຍົກໃຫ້ເຫັນຫຼາຍຜົນງານທີ່ພົ້ນເດັ່ນໃນໄລຍະທີ່ຜ່ານມາເປັນຕົ້ນແມ່ນການພັດທະນາແຜນເສດຖະກິດ-ສັງຄົມຂອງແຂວງຈຳປາສັກ ຍັງສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະທີ່ໜັ້ນທ່ຽງຄາດຄະເນໜົດປີ 2017ຂະຫຍາຍຕົວ ໃນລະດັບ 8,11% ສ້າງມູນຄາລວມຍອຜະລິດຕະພັນພາຍໃນ GDP ໄດ້ປະມານ14.106 ຕື້ກີບ, ສະເລຍຕໍ່ຫົວຄົນໄດ້ 19,75 ລ້ານກີບເທົ່າກັບ 2.468 ໂດລາ, ແຜ່ນການຈັດເກັບລາຍຮັບເຂົ້າງົບປະມານໜົດປີ 1 ພັນ 376,13 ຕື້ກີບ ເຊີ່ງມາຮອດປະຈຸບັນ 10 ເດືອນສາມາດຈັດເກັບລາຍຮັບເຂົາງົບປະມານຕົວຈີງໄດ້ 1 ພັນ 3,54 ຕື້ກີບທຽບໃສ່ແຜນປີປະຕິບັດໄດ້ 72,95%ແລະ ທ່ຽບໃສ່ແຜນ 10 ເດືອນໄດ້ 86,9%
ໃນໂອກາດນີ້ ທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກ. ກໍ່ໄດ້ໂອລົມຕໍ່ການນຳຂອງແຂວງຈຳປາສັກ ເພື່ອເປັນເຂັມຊີທິດເຍືອງທາງໃຫ້ແກການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງຈຳປາສັກ ໃຫ້ໄດ້ຕາມລະດັບຄາດ ໜາຍທີ່ພັກ ແລະ ລັດມອບໜາຍໃຫ້ໄດ້ຮັບປະສິທິຜົນດີ. ເຊີ່ງກ່ອນອື່ນໜົດທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກອຳນາດການປົກຄອງແຂວງ ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ທ່ານກໍ່ໄດ້ເນັ້ນໜັກເຖີ່ງຫຼາຍບັນຫາໃຫ້ເອົາໃຈໃສ່, ເປັນຕົ້ນແມ່ນສືບຕໍ່ເອົາໃຈໃສ່ກໍ່ສ້າງປັບປຸງລະບົບການເມືອງຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານຕາມທິດສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ໄດ້ຢ່າງທົ່ວເຖີງ ແລະ ຮັບປະກັນໃຫ້ແຂວງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫົງບປອດໄພມີຄວາມເປັນລະບຽບຮຽບຮ້ອຍມີຄວາມສະມະຄີປ້ອງດອງເສດຖະກິດມີການພັດທະນາ,ສືບຕໍ່ປະຕິບັດວຽກງານ3ສ້າງໃຫ້ເຂົ້າສູລວງເລີກໂດຍສຸມໃສ່ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງບ້ານໃຫ່ຍຄ້າຍຄືຕົວເມືອງນ້ອຍຕາມ 4 ເນື້ອໃນ 4 ຄາດໜາຍຕາມພັກແລະລັດວາງໄວ້ໃຫ້ມີຜົນສຳດເລັດ
ພະແນກ ຖວທ ແຂວງຈໍາປາສັກ
Editor: ກຳປານາດ ລັດຖະເຮົ້າ