ພາຍຫຼັງສຳເລັດການເຄື່ອນໄຫວຢ້ຽມຢາມ ທີ່ແຂວງອຸດົມໄຊ. ດັ່ງນັ້ນ, ໃນວັນທີ 05-06 ພະຈິກ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ສືບຕໍ່ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງພະບາງ ເຊິ່ງມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ມີບັນດາຄະນະພັກ-ຄະນະນຳແຂວງ, ພະແນກການທີ່ກ່ຽວຂ້ອງ, ພະນັກງານຫຼັກແຫຼ່ງ ແລະ ປະຊາຊົນຊາວແຂວງຫຼວງພະບາງ ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ.
ໃນການເດີນທາງມາຢ້ຽມຢາມຄັ້ງນີ້, ທ່ານ ຄໍາຂັນ ຈັນທະວີສຸກ ກໍ່ໄດ້ລາຍງານໃຫ້ຊາບເຖິງ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 9 ເດືອນຜ່ານມາ ແລະ ການກະກຽມໃຫ້ແກ່ປີທ່ອງທ່ຽວລາວ 2018 ເຊິ່ງເຫັນວ່າ ເສດຖະກິດໃນປີ 2017 ຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ດ້ວຍຈັ່ງຫວະດີສົມຄວນ ໃນລະດັບ 8,4% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.746 ໂດລາສະຫະລັດຕໍ່ຄົນຕໍ່ປີ, ສາມາດເກັບລາຍຮັບງົບປະມານໄດ້ 250 ກວ່າຕື້ກີບ ເທົ່າກັບ 94 % ຂອງແຜນການ, ດ້ານການລົງທຶນ: ສໍາລັບປີ 2017 ສະພາແຫ່ງຊາດໄດ້ອານຸມັດງົບປະມານລົງທຶນຂອງລັດ ໃຫ້ແຂວງຫຼວງພະບາງຈໍານວນ 283 ໂຄງການ ມູນຄ່າ 81,345 ຕື້ກີບ, ສາມາດດຶງດູດການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ 252 ໂຄງການ, ມູນຄ່າ 529,365 ຕື້ກີບ ເທົ່າກັບ 46,97% ຂອງແຜນການປີ, ຈາກການເຕີບໂຕດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊຶ່ງປະຈຸບັນ ຍັງຄອບຄົວທຸກຍາກ 4.197 ຄອບຄົວ, ເທົ່າກັບ 5,39% ແລະ ພວມກະກຽມປະກາດເມືອງວຽງຄໍາ ເປັນເມືອງພົ້ນທຸກໃນຈໍານວນ 4 ເມືອງທຸກຍາກຂອງແຂວງ; ກ່ຽວກັບການກະກຽມປີທ່ອງທ່ຽວ ປີ 2018 ຢູ່ແຂວງຫຼວງພະບາງ ແມ່ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບກະກຽມການສະເຫຼີມສະຫຼອງປີທ່ອງທ່ຽວ ແລະ ບັນດາກິດຈະກໍາທີ່ຈະເຄື່ອນໄຫວ ເຊິ່ງມີ 5 ກິດຈະກຳໃຫຍ່ ແລະ 10 ກິດຈະກຳປິ່ນອ້ອມ ຄາດຄະເນຈັດໃສ່ຕົ້ນເດືອນເມສາ 2018.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະພັກ-ຄະນະນຳແຂວງ ແລະ ປະຊາຊົນຊາວແຂວງຫຼວງພະບາງ ທີ່ຍາດມາໄດ້ຫຼາຍຜົນງານ ໃນການການພັດທະນາແຂວງ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນ 02 ວຽກທີ່ສຳຄັນ ທີ່ຈະໄດ້ພ້ອມກັນເອົາໃຈໃສ່ ຄື: ການປະກາດໃຫ້ເມືອງຫຼວງພະບາງ ເປັນນະຄອນ-ຫຼວງພະບາງ ທີ່ໄດ້ຜ່ານການພິຈາລະນາຈາກກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນຕຸລາທີ່ຜ່ານມາ ທີ່ໄປຕາມການພັດທະນາໃນໄລຍະໃໝ່ ກໍ່ຄືມາດຖານການສະເໜີຂຶ້ນເປັນນະຄອນ ທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ຄາດວ່າຈະປະກາດເປັນທາງການ ໃນເດືອນເມສາ 2018 ທີ່ຈະມາເຖິງນີ້; ອີກວຽກງານໜຶ່ງ ແມ່ນການກະກຽມໃຫ້ແກ່ປິທ່ອງທ່ຽວລາວ 2018 ໃນນັ້ນ, ໃຫ້ເບິ່ງຄືນກ່ຽວກັບບັນດາກິດຈະກຳເຫຼົ່ານັ້ນ ວ່າຈະມີການປັບປຸງ, ປົວແປງ ແລະ ຍົກລະດັບຂຶ້ນແນວໃດ ອັນສຳຄັນ ແມ່ນບໍ່ໃຫ້ກະທົບໃສ່ວັດຖຸບູຮານ ແລະ ປະເພນີຮີດຄອງອັນດີງາມ-ເກົ່າແກ່ຂອງແຂວງ ກໍ່ຄືຂອງຊາດ; ໃຫ້ປົກປັກຮັກສາເອກະລັກດ້ານອາຫານການກິນຂອງແຂວງ ເຖິງວ່າຈະມີການປັບປຸງສູດໃຫ້ເປັນສາກົນ ແລະ ມາດຕະຖານການປຸງແຕ່ງຂຶ້ນກໍ່ຕາມ ກໍ່ຕ້ອງມີວິທີການຮັກສາໄດ້ ລົດຊາດທີ່ເປັນເອກະລັກ ແລະ ສູດດັ້ງເດີມຂອງທ້ອງຖິ່ນ, ໃຫ້ອະນຸລັກຮັກສາປະເພນີການນຸ່ງຖື ທີ່ເປັນເອກະລັກຂອງຊາວແຂວງຫຼວງພະບາງ ເສີມຂະຫຍາຍໄປສູ່ການຜະລິດເປັນສິນຄ້າ 1 ບ້ານ 1 ຜະລິດຕະພັນ (ODOP).
ໃນຕອນທ້າຍ, ທ່ານຍັງໄດ້ເນັ້ນໃນດ້ານການຈັດຕັ້ງປະຕິບັດທິດ 3 ເປີດ ຄື: ເປີດປະຕູ, ເປີດສິ່ງກີດຂວາງ ແລະ ເປີດໃຈ ເພື່ອສ້າງເງື່ອນໄຂສະດວກ ແລະ ດຶງດູດການລົງທຶນໃນແຂວງ ໃຫ້ນັບມື້ນັບຫຼາຍຂຶ້ນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສຸມໃສ່ປັບປຸງແກ້ໄຂບັນດາກົນໄກ, ການຄຸ້ມຄອງບໍລິຫານ ທີ່ເປັນບັນຫາກົດໜ່ວງ ແລ້ວຫັນໄປສູ່ຄຸນນະພາບ-ຫັນໄປສູ່ປະສິດທິຜົນ.
ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ເດີນທາງໄປຕິດຕາມ ແລະ ຢ້ຽມຊົມ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ຈຸດວາງສິລາລືກ ທີ່ໄດ້ມີການເຈາະອຸໂມງ ແລະ ຈຸດກໍ່ສ້າງທາງລົດໄຟຂ້າມແມ່ນ້ຳຂອງ ເປັນສອງຈຸດທີ່ພວມດຳເນີນການກໍ່ສ້າງ ໃນໄລຍະທາງທັງໝົດ 80 ກິໂລແມັດ ທີ່ມີເສັ້ນທາງລົດໄຟຜ່ານແຂວງຫຼວງພະບາງ, ມີທັງໝົດ 5 ສະຖານີນ້ອຍ ແລະ 1 ສະຖານີໃຫຍ່ ໂດຍຜ່ານທັງໝົດ 28 ບ້ານຂອງ 3 ເມືອງ ຄື: ເມືອງຈອດເພັດ, ເມືອງຫຼວງພະບາງ ແລະ ເມືອງຊຽງເງິນ. ໃນນັ້ນ, ມີການເຈາະອຸໂມງເຖິງ 22 ແຫ່ງ ແລະ ຂົວຂ້າມນ້ຳ 30 ແຫ່ງ ກວມ 78,93% ຂອງໄລຍະທາງລົດໄຟຜ່ານແຂວງຫຼວງພະບາງ.
ຫຼັງຈາກນັ້ນ, ກໍ່ໄດ້ເດີນທາງໄປຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 1 ທີ່ຕັ້ງຢູ່ບ້ານຄອນຄຳ, ເມືອງປາກອູ ມີກໍາລັງຕິດຕັ້ງ 180 ເມກາວັດ, ເລີ່ມດຳເນີນການກໍ່ສ້າງມາແຕ່ເດືອນຕຸລາ 2016 ຄາດວ່າຈະໃຫ້ສຳເລັດ ແລະ ຂາຍກະແສໄຟໄດ້ ໃນປີ 2020-2021 ພ້ອມໆກັບເຂື່ອນໄຟຟ້ານ້ຳອູ 3, 5 ແລະ 7 ດ້ວຍໄລຍະສຳປະທານ 29 ປີ.
Editor: ກຳປານາດ ລັດຖະເຮົ້າ