ໃນເມື່ອບໍ່ດົນນີ້ ສູນກາງສະຫະພັນແມ່ຍິງລາວ ຈັດປາຖະກາຖາວັນຄູແຫ່ງຊາດ ຄົບຮອບ 23 ປີ, ປາຖະກາຖາໂດຍ ທ່ານ ນາງ ສີລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ເຂົ້າຮ່ວມໂດຍ ທ່ານ ນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການ, ຄະນະກົມ, ສູນ, ພະນັກງານ ສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມ.
ວັນຄູແຫ່ງຊາດເປັນວັນທີ່ມີຄວາມໝາຍຄວາມສຳຄັນ ສຳລັບແມ່ພິມຂອງຊາດ ໃນວັນທີ 7 ຕຸລາ 1907 ໄດ້ເລີ່ມມີຄູສິດສອນນັກຮຽນມີແຕ່ຄົນດຽວ ນັ້ນກໍ່ຄື: ນາຍຄູຄຳ ທີ່ເຮັດທັງໜ້າທີ່ສິດສອນນັກຮຽນ ແລະ ເຂົ້າຮ່ວມຂະບວນການປະຕິວັດ ຕໍ່ສູ້ດ້ານຈັກກະພັດລ່າເມືອງຂຶ້ນ ໃນແຕ່ລະໄລຍະ ເຖິງຈະມີຄວາມຍຸ້ງຍາກບຳບາກໃນການຮຽນ-ການສອນ ແຕ່ຍ້ອນມີຈິດໃຈໃນການເປັນຄູທີ່ສູງສົ່ງ ຈຶ່ງໄດ້ສືບຕໍ່ຖ່າຍທອດຄວາມຮູ້, ອຸທິດສະຕິປັນຍາເລືອດເນື້ອ ແລະ ເຫື່ອແຮງຂອງຕົນເພື່ອພາລະກິດການສຶກສາແຫ່ງຊາດ ຈົນກາຍເປັນຈຸດເລີ່ມຕົ້ນໃນການເປັນແບບຢ່າງທີ່ດີ ຂອງບັນດາຄູ-ອາຈານຈົນມາເຖິງປັດຈຸບັນເພື່ອສືບຕໍ່ຜົນງານດັ່ງກ່າວ ຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາ 1994 ເປັນວັນຄູແຫ່ງຊາດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄູ-ອາຈານ ທີ່ໄດ້ເສຍສະຫລະຝືກຝົນຫຼໍ່ຫຼອມນ້ອງນັກຮຽນໃຫ້ກາຍເປັນກຳລັງແຮງທີ່ສຳຄັນ ແລະ ເຂັ້ມແຂງໃນການສືບຕໍ່ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນີ້ ຍັງໄດ້ມີການຫວນຄືນວັນປະກາດເອກະລາດແຫ່ງຊາດ ຄົບຮອບ 72 ປີ ວັນທີ 12 ຕຸລາ 1945 ເປັນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງຊາດລາວ ເຊິ່ງເປັນໄຊຊະນະຕໍ່ສູ້ອັນພິລະອາດຫານ, ຄວາມສາມັກຄີໃນການເສຍສະຫລະອັນໃຫຍ່ຫຼວງຂອງກອງທັບ ແລະ ປະ ຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນລາວ ນັບແຕ່ນັ້ນມາປະເທດຊາດກໍ່ນັບມື້ນັບເຂັ້ມແຂງຈົນສາມາດປົດປ່ອຍຢ່າງສົມບູນ ແລະ ໄດ້ສະຖາປານາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975 ນັບຈາກປະເທດຊາດໄດ້ຮັບການປົດປ່ອຍ ພັກ ແລະ ລັດຖະບານກໍ່ໄດ້ເອົາໃຈໃສ່ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະການເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ປຸກລະດົມໃຫ້ປະຊາຊົນມີຄວາມຕື່ນຕົວໃນການພັດທະນາຕົນເອງເຂົ້າຮ່ວມທຸກຂະບວນການ ແລະ ກິດຈະກຳໃນການພັດທະນາປະເທດຊາດ. ນອກຈາກນີ້ ຍັງໄດ້ຫວນຄືນວັນສາກົນ ແລະ ວັນສັບ ປະດາແຫ່ງຊາດ, ລຶບລ້າງຄວາມທຸກຍາກໃນວັນທີ 17-24 ຕຸລາ ຂອງທຸກໆປີ ເປັນວັນສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກໂດຍໄດ້ຮ່ວມກັບ ອົງການສະຫາປະຊາຊາດ ເພື່ອການພັດທະນາໃນການຈັດກິດຈະກຳ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອລຶບລ້າງຄວາມທຸກຍາກຢູ່ ສປປ ລາວ.
Editor: ລາຍການແມ່ຍິງລາວ