ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລົງຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ເມືອງຕຸ້ມລານ ແຂວງ ສາລະວັນ ໃນເມື່ອບໍ່ດົນນີ້, ໂດຍການຕ້ອນຮັບ ແລະ ນຳພາຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ສາລະວັນ, ມີ ທ່ານ ຈັນສະໝອນ ພົມມະແສງ ກຳມະການພັກແຂວງ ເລຂາພັກ ເຈົ້າເມືອງໆ ຕຸ້ມລານ ພ້ອມດ້ວຍຄະນະ ແລະພະນັກງານການນຳຫຼັກແຫຼ່ງ ແລະ ພະນັກງານລັດຖະກອນເຂົ້າຮ່ວມ. ທ່ານ ຈັນສະໝອນ ພົມມະແສງ ເຈົ້າເມືອງໆ ຕຸ້ມລານ ກໍ່ໄດ້ຂຶ້ນຜ່ານບົດລາຍງານສະພາບການເຄື່ອນໄຫວຂອງເມືອງ: ໄດ້ເອົາໃຈໃສ່ສຶກສາແນວຄິດການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງ, ປັບປຸງຄຸນນະພາບຂອງສະມາຊິກພັກໃນແຕ່ລະຂັ້ນເປັນຕົ້ນ: ໃນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກແມ່ນໄດ້ລົງເລີກຮອດຮາກຖານບ້ານ ເຮັດໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ໄດ້ຈັດຕັ້ງຮ່ຳຮຽນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງຂອງພັກຢ່າງຕໍ່ເນື່ອງ ແລະເລິກເຊີ່ງ.
ທ່ານ ຈັນສີ ໂພສີຄໍາ ກໍ່ໄດ້ໂອ້ລົມ ແລະ ຊີ້ທິດເຍື້ອງທາງໃຫ້ກັບອົງການປົກຄອງເມືອງຕຸ້ມລານ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ 3 ບັນຫາທີ່ສຳຄັນ: ສືບຕໍ່ກວດກາຄືນວຽກງານປັບປຸງປົວແປງພັກໃຫ້ເລີກເຊີ່ງ, ຕີລາຄາຄືນການຕຳນິສົ່ງຂ່າວ, ການແກ້ໄຂຂໍ້ຄົງຄ້າງການນຳພາ ເພື່ອໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ປະກົດຜົນເປັນຈິງ. ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ລົງເລີກທົ່ວເຖີງພະນັກງານ, ສະມາຊິກພັກ ແລະ ພໍ່ແມ່ປະ ຊາຊົນ ໃຫ້ມີນ້ຳໃຈສາມັກຄີປອງດອງ, ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ ແລະ ເຮັດຫຼອນໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ. ຕ້ອງສຸມໃສ່ສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ດີຂຶ້ນກວ່າເກົ່າ, ຕ້ອງຄົ້ນຄວ້າບັນດາທ່າແຮງໂຄງປະກອບການພັດທະນາເສດຖະກິດ-ສັງຄົມຂອງເມືອງຢ່າງລະອຽດຄື: ຂົງເຂດກະສິກຳ, ອຸດສາຫະກຳ, ຫັດຖະກຳ, ການຄ້າ, ການບໍລິການ ແລະ ອື່ນໆທີ່ຈະເປັນທ່າແຮງຜັກດັນເສດຖະກິດຂອງເມືອງນັບມື້ນັບດີຂຶ້ນ. ສຸມໃສ່ກໍ່ສ້າງຄົນໃຫ້ມີລະດັບ, ມີຄວາມຮູ້, ຄວາມສາມາດ, ມີວິໄສທັດ ແລະ ຈິນຕະນາການ, ສົ່ງເສີມໃນການສ້າງວຽກເຮັດງານທຳເປັນຕົ້ນ: ການສຶກສາວິຊາຊີບໃນດ້ານກະສິກຳການປູກຝັງ, ຫັດຖະກຳ ສ້າງວິຊາຊີບໃຫ້ຕົນເອງ, ຄອບຄົວ ແລະສັງຄົມ ໃຫ້ນັບມື້ນັບກວ້າງຂວາງ ແລະ ເອົາການພັດທະນາຄົນເປັນໃຈກາງໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ເພື່ອສ້າງຄົນກາຍເປັນກຸນແຈສຳຄັນໃນການພັດທະນາປະເທດຊາດເວົ້າສະເພາະກໍ່ຄືພາຍໃນເມືອງຕຸ້ມລານໃຫ້ກ້າວໜ້າ.
Editor: ດາວໄຊ ສີວິໄລ