ໃນວັນທີ 6 ພະຈິກ ຜ່ານມາ ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມສຸດຍອດ ສະຖາບັນກວດສອບສູງສຸດອາຊຽນ ຫລື ອາຊຽນຊາຍ ຄັ້ງທີ 4 ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ທັງເປັນຮອງປະທານອາຊຽນຊາຍ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາປະທານ, ຫົວໜ້າສະຖາບັນກວດສອບສູງສຸດອາຊຽນ, ບັນດາຜູ້ຕາງໜ້າສະຖານເອກຄັກຄະລັດຖະທູດ ປະເທດອາຊຽນ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າຈາກສະຫະພັນສະຖາບັນກວດສອບສູງສຸດນາໆຊາດ, ສະຖາບັນກວດສອບສູງສຸດອາຊີ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອເປັນການ ສ້າງຂີດຄວາມສາມາດ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກອາຊຽນຊາຍ ດ້ວຍການແລກປ່ຽນຄວາມຮູ້ ແລະ ປະສົບການກ່ຽວກັບລະບຽບວິທີການກວດສອບໃນຂົງເຂດພາກລັດ ເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ສະຖາບັນກວດສອບສູງສຸດ, ສ້າງເງື່ອນໄຂອຳນວຍ ແລະ ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການຮຽນຮູ້ ລະຫວ່າງ ບັນດາປະເທດສະມາຊິກ ອາຊຽນຊາຍ ໂດຍຜ່ານການແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການກວດສອບໃນຂົງເຂດພາກລັດ, ເປັນສູນຂໍ້ມູນຂ່າວສານ ແລະ ຈຸດເຊື່ອມຕໍ່ ການພົວພັນລະຫວ່າງ ອາຊຽນຊາຍ ກັບອົງ ການຈັດຕັ້ງສາກົນ ແລະ ບັນດາສະຖາບັນ ກວດສອບສອບສູງສຸດອື່ນໆ ໃນຂົງເຂດກວດສອບພາກລັດ.
ທ່ານ ນາງ ວຽງທອງ ສີພັນດອນ ກ່າວຕື່ມວ່າ: ນັບຕັ້ງແຕ່ສະຫະພັນ ສະຖາບັນກວດສອບສູງສຸດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນຊາຍ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 16 ພະຈິກ 2011 ເປັນຕົ້ນມາ, ສະຖາບັນກວດສອບສູງສຸດຂອງ 10 ປະເທດ ໄດ້ຮັບເຂົ້າເປັນສະມາຊິກ ແລະ ໄດ້ພ້ອມກັນພັດທະນາໃນທຸກດ້ານຢ່າງບໍ່ຢຸດຢັ້ງ ເພື່ອແນ່ໃສ່ບັນລຸຕາມຈຸດປະສົງ ລະດັບຄາດໝາຍ ທີ່ອົງການໄດ້ກຳນົດໄວ້ ໂດຍໄດ້ສຸມໃສ່ ສ້າງຂີດຄວາມສາມາດ ດ້ານວິຊາສະເພາະ ກວດສອບຂະແໜງການພາກລັດ ໃຫ້ບັນດາສະຖາບັນ ກວດສອບສູງສູດຂອງ ບັນດາປະເທດອາຊຽນ ປະສອບສ່ວນເຂົ້າໃນ ການສ້າງລັດແຫ່ງກົດໝາຍ ແລະ ສົ່ງເສີມການປົກຄອງທີ່ດີ. ນອກຈາກນັ້ນ, ອາຊຽນຊາຍ ຍັງເນັ້ນການພົວ ພັນຮ່ວມມື ພາຍໃນ ແລະ ພາຍນອກ ເພື່ອຍົກສູງບົດບາດຂອງຕົນ ໃນເວທີພາກພື້ນ ແລະ ສາກົນເທື່ອລະກ້າວ; ຄ່ຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ອາຊຽນຊາຍ ຍັງຕ້ອງໄດ້ປັບປຸງແກ້ໄຂຕົນເອງໃນຫລາຍດ້ານ ເພື່ອຕອບສະໜອງກັບ ສະ ພາບເງື່ອນໄຂໃນການປ່ຽນແປງ ແລະ ຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຂອງອາຊຽນໃນອະນາຄົດ ໂດຍສະເພາະ ແມ່ນການພັດທະນາວຽກງານ ກວດສອບແຫ່ງລັດ ຂອງບັນດາປະເທດສະມາຊິກ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເຊິ່ງທ່ານ ໄດ້ກ່າວບາງຕອນສຳຄັນວ່າ: ການຈັດກອງປະຊຸມ ສຸດຍອດອາຊຽນຊາຍ ຄັ້ງທີ 4 ນີ້, ຈັດຂຶ້ນບໍ່ສະເພາະແຕ່ໃນທ່າມກາງ ບັນຍາກາດທີ່ອາຊຽນ ພວມສຸມໃສ່ຈັດຕັ້ງປະຕິບັດ ວິໃສທັດປະຊາຄົມອາຊຽນຮອດ ປີ 2025 ແລະ ຮັດແໜ້ນການພົວພັນຮ່ວມມື ກັບພາຍນອກເທົ່ານັ້ນ, ແຕ່ຍັງຢູ່ໃນທ່າມກາງ ສະພາບພາກພື້ນ ແລະ ສາກົນ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍ, ພ້ອມທັງມີການຜັນແປໄປຢ່າງສັບສົນໄວວາ ແລະ ຍາກທີ່ຈະຄາດເດົາໄດ້. ສະນັ້ນ, ກອງປະຊຸມສຸດຍອດຄັ້ງນີ້ ຈຶ່ງເປັນໂອກາດອັນດີ ໃຫ້ແກ່ຜູ້ນຳສະຖາບັນ ກວດສອບສູງສຸດອາຊຽນ ໄດ້ປຶກສາຫາລື ແລະ ກຳ ນົດແຜນການເຄື່ອນໄຫວຂອງຕົນ ແລະ ປະກອບສ່ວນເຮັດໃຫ້ ປະຊາຄົມອາຊຽນ ສາມາດບັນລຸວິໃສທັດ ທີ່ໄດ້ກຳນົດໄວ້ຢ່າງມີປະສິດທິຜົນສູງສຸດ ໃນດ້ານຕ່າງໆ ເປັນຕົ້ນແມ່ນ ການສ້າງລັດແຫ່ງກົດໝາຍ; ການຮັກສາສະຖຽນລະພາບ ການເງິນ-ເງິນຕາ; ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ; ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ; ການສົ່ງເສີມການລົງທຶນ ແລະ ອື່ນໆ. ພ້ອມນີ້, ອົງການກວດສອບແຫ່ງລັດ ສປປ ລາວ ເຊິ່ງຈະໄດ້ຮັບກຽດເປັນ ປະທານອາຊຽນຊາຍ ໃນໄລຍະ 2 ປີ ຕໍ່ໜ້າ ເຊິ່ງຈະຕ້ອງໄດ້ສຸມຈິດສຸມໃຈ ຮ່ວມມືກັບບັນດາ ສະຫະພັນກວດສອບສູງສຸດອາຊຽນ ແນ່ໃສ່ກໍ່ສ້າງ ແລະ ພັດທະນາວຽກງານກວດສອບ ໃຫ້ມີຄວາມໂປ່ງໃສ ແລະ ເຂັ້ມແຂງໃນທຸກດ້ານ.
Editor: ຂ່າວສານປະເະທດລາວ