ກອງປະຊຸມໃຫ່ຍ ຄັ້ງທີ 6 ຂອງຄະນະພັກ, ໜ່ວຍພັກຮາກຖານ ແລະ ນາຍບ້ານກັນດອນ ໄດ້ໄຂຂື້ນ ແລະ ອັດລົງວັນທີ 3 ພະຈິກ ຜ່ານມານີ້, ຢູ່ທີ່ໂຮງຮຽນປະຖົມສົມບູນບ້ານກັນດອນ ເມືອງທ່າແຕງ, ແຂວງເຊກອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງທ່າແຕງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ຄັ້ງນີ້ ທ່ານ ວິພັດ ແສງມະນີ ເລຂາຄະນະພັກຮາກຖານບ້ານກັນດອນ ກ່າວວ່າ: ໄລຍະ 3 ປີຜ່ານມາ (2013-2017) ຄະນະພັກພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ 10 ຂອງພັກ, ກໍ່ຄື ທຸກມະຕິຄໍາສັ່ງຂອງອົງຄະນະພັກແຂວງ ແລະ ເມືອງທ່າແຕງ ວາງອອກເປັນປົກກະຕິຕໍ່ເນື່ອງ ມີນໍ້າໃຈຮັກຊາດ, ມີຄວາມສາມັກຄີພາຍໃນ-ພາຍ ນອກຢ່າງກວ້າງຂວາງ, ບ້ານກັນດອນ ຫ່າງຈາກເທດສະບານເມືອງ 21 ກິໂລແມັດ, ມີເນື້ອທີ່ຄຸ້ມຄອງທັງໝົດ 811 ເຮັກຕາ, ມີປະຊາກອນ 1.260 ຄົນ, ມີຫຼັງຄາເຮືອນ 157 ຫຼັງ, ມີ 239 ຄອບຄົວ, ມີ 7 ເຜົ່າດໍາລົງຊີວິດດ້ວຍກັນ, ພາຍໃນບ້ານໄດ້ຢຶດຖືເອົາການປູກຝັ່ງ, ລ້ຽງສັດ ແລະ ການບໍລິການ, ພ້ອມກັນສຸ່ມໃສ່ຜະລິດສິນຄ້າ ແລະ ສະບຽງອາຫານ, ການຫັນປ່ຽນການຜະລິດແບບທໍາມະຊາດ ໄປສູ່ການຜະລິດເຄິ່ງທໍາມະຊາດ, ແບບວິທະຍາສາດ ໃຫ້ຫຼາຍຂື້ນ, ຄຽງຄູ່ກັນນັ້ນ ຍັງໄດ້ຊຸກຍູ້ສົ່ງເສີມປະຊາຊົນພາຍໃນບ້ານ ເພີ່ມກໍາລັງການລຽ້ງສັດຕື່ມອີກ.
ໃນກອງປະຊຸມ ໄດ້ປ່ອນບັດເລືອກເອົາຄະນະພັກຮາກຖານບ້ານກັນດອນ ຊຸດໃໝ່ມີ ຜູ້ສະໝັກທັງໝົດ 9 ທ່ານ, ເລືອກເອົາ 7 ທ່ານ ຄື: ທ່ານ ວິພັດ ແສງມະນີ ເປັນເລຂາ, ທ່ານ ເພັດຄໍາ ກອນດອນ ເປັນຮອງ, ທ່ານ ກຽດຕິສັກ ອິນຍາລອງ, ທ່ານ ບຸນຖົກ ອິນຕາສອນ, ທ່ານ ບຸນດັງ ມະນີຈັນ, ທ່ານ ແສງບຸນ ລານປະເສີດ, ທ່ານ ຈັນຫວນ ມະຫາຈັນ ເປັນປະທານກວດກາ ພ້ອມທັງແບ່ງ ແລະ ປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ມີ 4 ໜ່ວຍ ທີ່ຂື້ນກັບຄະນະພັກຮາກຖານບ້ານກັນດອນ, ໜ່ວຍພັກລະ 3 ທ່ານ, ເພື່ອຊີ້ນໍາ-ນໍາພາ ພາຍໃນໜ່ວຍພັກຂອງຕົນ ໃຫ້ດີຂື້ນກວ່າເກົ່າ, ມື້ດຽວກັນນີ້ ຍັງໄດ້ປ່ອນບັດເລືອກຕັ້ງເອົານາຍບ້ານຊຸດໃໝ່ຄັ້ງທີ 6 ເຊິ່ງມີຜູ້ສະໝັກທັງໝົດ 9 ທ່ານ, ເລືອກເອົາ 5 ທ່ານ ຄື: ທ່ານ ວິພັດ ແສງມະນີ ເປັນນາຍບ້ານ, ສ່ວນທ່ານ ສຸລິວັນ, ທ່ານ ຄໍາເພັດ ກອນດອນ, ທ່ານ ບຸນຖົກ ອິນຕາສອນ, ທ່ານນາງ ຈັນຫວານ ເປັນຮອງນາຍບ້ານ.
ຂອບໃຈຂ່າວ ທີມຂ່າວຫ້ອງການ ຖວທ ເມືອງທ່າແຕ່ງ
Editor: ກຳປານາດ ລັດຖະເຮົ້າ