ວັນທີ 3 ພະຈິກ 2017 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ການພົວພັນຮ່ວມມືວຽກງານການຄ້າ ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າ 5 ແຂວງພາກເໜືອ ຂອງ ສປປ ລາວ (ແຂວງ ຫຼວງພະບາງ, ແຂວງຜົ້ງສາລີ, ແຂວງ ຫຼວງນ້ຳທາ, ແຂວງບໍ່ແກ້ວ ແລະ ແຂວງ ອຸດົມໄຊ) ກັບ ພະແນການຄ້າ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສາທາລະນະລັດ ປະຊາຊົນຈີນ.
ໃນກອງປະຊຸມສອງຝ່າຍ ໄດ້ລາຍງານສະພາບລວມການພັດທະນາ ວຽກງານໃນຂອບເຂດຂອງຕົນໃຫ້ຊາບເຊີ່ງກັນ ແລະ ກັນ, ສອງຝ່າຍໄດ້ປຶກສາຫາລືກັນ ແລະ ມີຄວາມເປັນເອກະພາບກັນ, ກອງປະຊຸມຄັ້ງນີ້, ໄດ້ຕີລາຄາຕໍ່ຜົນສຳເລັດໃນໄລຍະ 1 ປີ ຜ່ານມາ, ວາງທິດທາງແຜນການພົວພັນຮ່ວມມື ໃນປີ 2018 ແລະ ກົນໄກຮ່ວມມືໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ ໄດ້ມີພິທີເຊັນບົດບັນທຶກ ກອງປະຊຸມພົບປະແລກປ່ຽນບົດຮຽນ ພົວພັນຮ່ວມມືວຽກງານການຄ້າ ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າ 5 ແຂວງພາກເໜືອ ສປປ ລາວ ແລະ ພະແນກການຄ້າ ກິ່ງແຂວງສິບສອງພັນນາ ສປ ຈີນ ຄັ້ງທີ 6, ໂດຍມີ ທ່ານ ປອ ບົວຄົງ ນາມມະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ລີປາວກວ່າງ ກົງສຸນໃຫຍ່ ສປ ຈີນ ປະຈຳຫລວງພະບາງ. ເຂົ້າຮ່ວມເປັນສັກຂີພິຍານ.
Editor: ກຳປານາດ ລັດຖະເຮົ້າ