ກົດໝາຍວ່າດ້ວຍ ວຽກງານກາແດງລາວ ໃຊ້ເວລາເຖິງ 10 ປີ ໃນການສຶກສາຄົ້ນຄວ້າ, ປຶກສາຫາລື, ປັບປຸງໂຄງສ້າງ ແລະ ເນື້ອໃນໃຫ້ມີຄວາມສົມບູນ, ຄົບຖ້ວນ ແລະ ຖືກຕ້ອງຕາມຫລັກການສ້າງກົດໝາຍ ຂອງ ສປປ ລາວ ກ່ອນຈະຖືກສະພາແຫ່ງຊາດ ພິຈາລະນາຮັບຮອງ ໃນວັນທີ 31 ຕຸລາ ນີ້.
ກົດໝາຍສະບັບນີ້, ຊຶ່ງມີຈຸດປະສົງ ເພື່ອຫັນເອົາແນວທາງນະໂຍບາຍຂອງພັກ ໃຫ້ເປັນນິຕິກຳ ທີ່ເປັນເຄື່ອງມື ໃນການບໍລິຫານຈັດການ, ການຄຸ້ມຄອງ ແລະ ການພັດທະນາ ວຽກງານກາແດງລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ, ພ້ອມທັງເປັນບ່ອນອີງ ໃຫ້ແກ່ການເຄື່ອນໄຫວວຽກງານກາແດງ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ທັນສະໄໝຂຶ້ນເທື່ອລະກ້າວ ໂດຍເລີ່ມສຶກສາຄົ້ນຄວ້າ ມາແຕ່ປີ 2007.
ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ລະບຸວ່າ: ການສ້າງກົດໝາຍວ່າດ້ວຍ ວຽກງານກາແດງລາວ ແມ່ນອີງໃສ່ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ແຜນການສ້າງປັບປຸງ ກົດໝາຍປະຈຳ 5 ປີ ແລະ ປະຈຳປີ ຂອງສະພາແຫ່ງຊາດ, ບົດຮຽນຂອງພາກພື້ນ ແລະ ສາກົນ. ຕັ້ງແຕ່ປີ 2007 ເປັນຕົ້ນມາ, ອົງການກາແດງລາວ ໄດ້ເລີ່ມສຶກສາ, ຄົ້ນຄວ້າບັນດາເອກະສານ, ນິຕິກຳ, ກົດໝາຍທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະ ແມ່ນບັນດາດຳລັດຂອງລັດຖະບານ ກ່ຽວກັບອົງການກາແດງລາວ, ກົດໝາຍທີ່ກ່ຽວຂ້ອງ, ກົດໝາຍຂອງກາແດງ ສສ ຫວຽດນາມ, ສປ ຈີນ ແລະ ກຳປູເຈຍ ທີ່ມີຄວາມສອດຄ່ອງ ກັບປະເທດລາວ.
ອົງການກາແດງລາວ ໄດ້ສຳເລັດສະບັບເບື້ອງຕົ້ນ ໃນປີ 2013, ຈາກນັ້ນ ກໍໄດ້ສົມທົບກັບບັນດາກະຊວງ, ອົງການຕ່າງໆ ອ້ອມຂ້າງສູນກາງທີ່ກ່ຽວຂ້ອງ ເພື່ອປຶກສາຫາລື, ປັບປຸງໂຄງສ້າງ ແລະ ເນື້ອໃນຂອງຮ່າງກົດໝາຍ ສະບັບດັ່ງກ່າວ, ໃຫ້ມີຄວາມສົມບູນຄົບຖ້ວນ ແລະ ຖືກຕ້ອງຕາມຫລັກການ ສ້າງກົດໝາຍຂອງ ສປປ ລາວ ແລະ
ໄດ້ນຳຮ່າງກົດໝາຍລົງທາບທາມ ຄວາມຄິດເຫັນ ຈາກສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ຂະ ແໜງການທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈາກນັ້ນ ກໍໄດ້ສັງລວມ, ຄົ້ນຄວ້າ ແລະ ປັບປຸງຄືນເນື້ອໃນ ຕາມຄວາມຄິດເຫັນ ກ່ອນຈະສະເໜີໃຫ້ກະຊວງຍຸຕິທຳ ກວດກາຄວາມສອດຄ່ອງ ໃນເດືອນທັນວາ ປີ 2016.
ຮ່າງກົດໝາຍວ່າດ້ວຍ ວຽກງານກາແດງລາວ ໄດ້ຖືກສະເໜີພິຈາລະນາ ໃນກອງປະຊຸມ ສະໄໝວິສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ ປີ 2017, ຊຶ່ງໄດ້ຮັບທິດຊີ້ນຳໃຫ້ຄົ້ນຄວ້າ, ປັບປຸງຄືນບາງເນື້ອໃນທີ່ເຫັນວ່າ ຍັງບໍ່ທັນສອດຄ່ອງ. ນອກຈາກນັ້ນ, ຍັງໄດ້ຖືກສະເໜີພິຈາລະນາ ໃນກອງປະຊຸມນາຍົກ, ຮອງນາຍົກລັດຖະມົນຕີ ໃນເດືອນສິງຫາ 2017 ແລະ ກອງປະຊຸມຄະນະປະຈໍາ ສະພາແຫ່ງຊາດ ໃນວັນທີ 3 ຕຸລາ 2017. ຫລັງຈາກນັ້ນ, ກໍໄດ້ລາຍງານຄືນ ຜົນການປັບປຸງຮ່າງກົດໝາຍ ຕໍ່ກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ອີກເທື່ອໜຶ່ງ ໃນວັນທີ 10 ຕຸລາ 2017 ແລະ ເຫັນວ່າຮ່າງກົດໝາຍ ທີ່ໄດ້ປັບປຸງຄືນໃໝ່ ແມ່ນມີຄວາມສອດຄ່ອງ ແລະ ເໝາະສົມກວ່າເກົ່າ ຈຶ່ງໄດ້ເຫັນດີ ໃຫ້ນຳເອົາຮ່າງກົດໝາຍສະບັບນີ້ ເຂົ້າພິຈາລະນາ ໃນກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງນີ້.
Editor: ຂ່າວສານປະເທດລາວ