ໃນວັນທີ 2 ພະຈິກ 2017 ທີ່ນະຄອນຫລວງວຽງຈັນ, ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ເຈື່ອງ ມິງ ຕ່ວນ ລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ຢ້ຽມຢາມ ແລະ ເປີດງານສະແດງປື້ມ, ຮູບພາບ ແລະ ໜັງສືພິມຫວຽດນາມ ທີ່ ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ.
ທ່ານ ເຈື່ອງ ມິງ ຕ່ວນ ໄດ້ລາຍງານ ສະພາບລວມໂດຍຫຍໍ້ ກ່ຽວກັບຜົນງານຕ່າງໆ ທີ່ກະຊວງ ຖະແຫລງຂ່າວ ແລະ ການສື່ສານແຫ່ງ ສສ ຫວຽດນາມ ສາມາດຍາດໄດ້ໃນໄລຍະຜ່ານມາ, ໂດຍສະເພາະ ແມ່ນຜົນສຳເລັດ ໃນການຮ່ວມມື ລະຫວ່າງ ສອງກະຊວງ ແມ່ນໄດ້ຮັບການເສີມຂະຫຍາຍ ການຮ່ວມມືເປັນຢ່າງດີ ເປັນຕົ້ນແມ່ນ ການຢ້ຽມຢາມຂອງການນຳຂັ້ນສູງຂອງກະຊວງ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆ. ໃນຕໍ່ໜ້າຈະສືບຕໍ່ສະໜັບສະໜູນ ໃນການຈັດຝຶກອົບຮົມ, ເພີ່ມທະວີບັນດາກິດຈະກຳ ໃນການແລກປ່ຽນບົດຮຽນ ແລະ ອື່ນໆຮ່ວມກັນໃຫ້ຫລາຍຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບຕໍ່ທ່ານ ເຈື່ອງ ມິງ ຕ່ວນ ພ້ອມດ້ວຍຄະນະ, ໂດຍທ່ານ ໄດ້ເຫັນດີເປັນເອກະພາບ ຕໍ່ການສະຫລຸບຕີລາຄາກ່ຽວກັບການຮ່ວມມືສອງຝ່າຍໃນປີຜ່ານມາ, ໂດຍສະເພາະການຮ່ວມມືໃນຂົງເຂດຖະແຫລງຂ່າວ ເຫັນວ່າມີຄວາມຄືບໜ້າ ແລະ ມີຜົນສຳເລັດຫລາຍດ້ານ ເປັນຕົ້ນການປະຕິບັດໂຄງການສະຖານີຖ່າຍທອດ ວິທະຍຸໂທລະພາບ ປະຈຳແຂວງອຸດົມໄຊ, ການກໍ່ສ້າງຕຶກອາຄານ ລວມທັງການຕິດຕັ້ງເຄື່ອງສົ່ງ ແລະ ອຸປະກອນທາງດ້ານເຕັກນິກ ແມ່ນໄດ້ຮັບຜົນສຳເລັດ ໄດ້ມາດຖານດີ, ປັດຈຸບັນ ຢູ່ໃນການອອກອາກາດປົກປະຕິ, ສ່ວນໂຄງການສະຖານີຖ່າຍທອດ ວິທະຍຸໂທລະພາບ ປະຈຳເຂດ ແຂວງສະຫວັນນະເຂດ ກໍໄດ້ສຳເລັດ ໃນການກໍ່ສ້າງພື້ນຖານ ແລະ ກຽມຕິດຕັ້ງ ອຸປະກອນເຕັກນິກ ຄາດວ່າຈະສຳເລັດ ໃນທ້າຍເດືອນທັນວານີ້.
ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ລົງນາມ ແຜນການການຮ່ວມມືຮ່ວມກັນ, ໂດຍຈະຮ່ວມກັນ ແຕ່ງຕັ້ງ ໜ່ວຍປະສານງານ ດ້ານວຽກງານການຂ່າວ, ສື່ສິ່ງພິມ, ສື່ວິທະຍຸ-ໂທລະພາບ ແລະ ແລກປ່ຽນຂໍ້ມູນ ຂ່າວສານຮ່ວມກັນ.
Editor: ຂ່າວສານປະເທດລາວ