ພິທີວາງສີລາລຶກ ແລະ ເປີດໂຄງການປຸກສ້າງຫໍສະພາແຫ່ງຊາດຫຼັງໃໝ່ ຈັດຂຶ້ນວັນທີ 1 ພະຈິກ 2017 ຢູ່ນະຄອນຫຼວງວຽງຈັນ (ດ້ານຂ້າງສະໜາມຫຼວງ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ, ທ່ານນາງ ຫງວຽນ ຖິກິມເງິນ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາຄະນະພັກ ຄະນະນຳຂັ້ນສູງສອງຝ່າຍ ແລະ ແຂກຖືກເຊີນ.
ທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການປຸກສ້າງຫໍສະພາແຫ່ງຊາດລາວ ໄດ້ກ່າວວ່າ: ຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ປຸກສ້າງຂຶ້ນຢູ່ສະຖານທີ່ບ່ອນເກົ່າ ໂດຍຫຼັງເກົ່າປຸກສ້າງມາແຕ່ປີ 1991 ທີ່ມີສະພາບຊຸດໂຊມພໍສົມຄວນ ເພື່ອຈັດຕັ້ງປະຕິບັດແຈ້ງການຂອງຫ້ອງວ່າການສູນກາງພັກ ກ່ຽວກັບການຕົກລົງຂອງກົມການເມືອງສູນກາງພັກ ເຫັນດີໃຫ້ຄະນະປະຈຳສະພາແຫ່ງຊາດ ປຸກສ້າງຫໍສະພາຫຼັງໃໝ່ຕາມການສະເໜີ ເຊິ່ງຫໍສະພາແຫ່ງຊາດຫຼັງໃໝ່ ເປັນອາຄານທີ່ທັນສະໄໝ ສວຍງາມ ພ້ອມກັບສິ່ງອຳນວຍຄວາມສະດວກ ແລະ ປອດໄພ ມາດຖານສາກົນ ເຊິ່ງມີເນື້ອທີ່ທັງໝົດ 23.400 ຕາແມັດ ໃນນັ້ນ ເນື້ອທີ່ປຸກສ້າງອາຄານໜ້າດິນ 7.171 ຕາແມັດ ກວ້າງ 78 ແມັດ ເລິກ 105 ແມັດ ເປັນອາຄານ 5 ຊັ້ນ ແລະ 1 ຊັ້ນໃຕ້ດິນ ໂດຍຫ້ອງປະຊຸມໃຫຍ່ ທີ່ຈະໃຊ້ດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດນັ້ນ ມີຄວາມສາມາດຮອງຮັບສະມາຊິກສະພາຈຳນວນ 450 ທ່ານ.
ທັງນີ້ ເພື່ອສະເຫຼີມສະຫຼອງມູນເຊື້ອສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນການຮ່ວມສະຫຼອງສອງວັນປະຫວັດສາດຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ທ່ານ ຫງວຽນ ຝູ ຈອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ມອບເງິນ ຈຳນວນ 100 ລ້ານໂດລາສະຫະລັດ ຫຼື ປະມານ 800 ຕື້ກີບ ເພື່ອເປັນຂອງຂວັນໃຫ້ແກ່ ພັກ-ລັດຖະບານ ແລະ ປະຊາຊົນລາວ ນຳໃຊ້ເຂົ້າໃນການປຸກສ້າງຫໍປະຊຸມສະພາແຫ່ງຊາດຫຼັງໃໝ່.
Editor: ຕະວັນ ແສງສະຫວັນ