ທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງທ່າແຕງ ແຂວງເຊກອງ ໃນຕົ້ນເດືອນພະຈິກ 2017 ນີ້. ເຊິ່ງໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງທ່າແຕງ, ໂດຍມີ ທ່ານ ປອ ຄໍາພຽນ ບົວລະພາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງເຊກອງ, ມີກໍາມະການພັກແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານອາວຸໂສ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ ພ້ອມດ້ວຍອໍານາດການປົກຄອງບ້ານ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ.
ໃນກອງປະຊຸມ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງທ່າແຕງ ໄດ້ລາຍງານສະພາບການເຄື່ອນໄຫວຂອງເມືອງ ໃຫ້ສະຫາຍຫົວໜ້າຄະນະຈັດຕັ້ງສູນກາງພັກຊາບ ເຊິ່ງມີບາງຕອນທ່ານກ່າວວ່າ: ເມືອງທ່າແຕງ ໄດ້ພະຍາຍາມປັບປຸງຄຸນນະພາບຂອງສະມາຊິກພັກ ດ້ວຍການສຶກສາອົບຮົມການເມືອງແນວຄິດ, ຈັດຕັ້ງຮໍ່າຮຽນແນວທາງນະໂຍບາຍ,ມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆຂອງພັກ ຢ່າງກວ້າງຂວາງ ໂດຍຕິດພັນກັບການຄຸ້ມຄອງປ້ອງກັນພັກ-ພະນັກງານ, ການຂະຫຍາຍພັກກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ຖືຄຸນນະພາບເປັນກົກ, ປະຕິບັດຕາມຂັ້ນຕອນ ແລະ ກົດລະບຽບຂອງພັກ
ມາຮອດປະຈຸບັນມີ ຈໍານວນສະມາຊິກພັກທັງໝົດ 1.680 ທ່ານ, ທຽບໃສ່ປີ 2016 ເພີ່ມຂື້ນ 7,97%, ໃນໂອກາດນີ້ ທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງ ພາຍໃນເມືອງທ່າແຕງ ທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍເປັນຢ່າງສູງ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ໂດຍສະເພາະ ວຽກງານພັກ-ພະນັກງານ,ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ,ເສດຖະກິດ, ການພັດທະນາພື້ນຖານໂຄງລ່າງ, ເຂດຊົນນະບົດ, ວັດທະນະທໍາ-ສັງຄົມ, ການດໍາເນີນຊີວິດການເມືອງ ໃຫ້ກວດເບິ່ງຄືນບັນດາຄາດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ, ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ-ທັນກັບເວລາ, ສືບຕໍ່ເອົາໃຈໃສ່ທຸກຂົງເຂດວຽກງານຢ່າງແຂງແຮງ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ,ສືບຕໍ່ຊີ້ນໍາໆພາປະຊາຊົນເຂົ້າໃນການປູກຝັ່ງ, ລ້ຽງສັດ, ການບໍລິການ,ຫັດຖະກຳ-ອຸດສາຫະກຳຂະໜາດນ້ອຍ ໂດຍເລີ່ມຈາກທ່າແຮງຂອງແຕ່ລະຄອບຄົວເປັນສຳຄັນເຊັ່ນ: ທ່າແຮງດ້ານທີ່ດິນ, ແຮງງານ ທີ່ເປັນມູນເຊື້ອຂອງປະຊາຊົນ ແລະ ທຶນຮອນເປັນຫຼັກ ໃຫ້ຄຽງຄູ່ກັບຄວາມດຸໝັ່ນຂະຫຍັນພຽນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ທັງນີ້ ກໍ່ເພື່ອປະກາດເມືອງທ່າແຕງ ໃຫ້ເປັນເມືອງຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2020
ຂ່າວຈາກ ຖວທ ເມືອງທ່າແຕງ,ແຂວງເຊກອງ
Editor: ກຳປານາດ ລັດຖະເຮົ້າ