ເພື່ອເປັນກະກຽມຄວາມພ້ອມກ່ອນຈະມີການເປີດນຳໃຊ້ ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ. ດັ່ງນັ້ນໃນທ້າຍເດືອນ ຕຸລາ ຜ່ານມາ ທີ່ຫ້ອງປະຊຸມ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ປຶກສາຫາລື ພາລະບົດບາດ ສູກຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ ຂຶ້ນ ນຳໂດຍ ທ່ານ ຄຳພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງ ກະສິກຳ ແລະ ປ່າໄມ້ ແລະ ທ່ານ ຊັງຊູ ໂອ ຜູ້ຕາງອົງການ KOICA ປະຈຳ ສປປ ລາວ, ພ້ອມດ້ວຍ ພະນັກງານຈາກກົມທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບ ການຄຸ້ມຄອງບໍລິຫານສູນຝຶກອົບຮົມ ເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ ພ້ອມທັງການຈັດແບ່ງໜ້າທີ່ຮັບຜິດຊອບ ລະຫວ່າງຫ້ອງການກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງ ເພື່ອປັບປຸງກົນໄກການປະສານງານຮ່ວມກັນໃຫ້ສອດຄ່ອງ, ພ້ອມນີ້ ກໍຍັງໄດ້ປຶກສາຫາລື ກັນອີກຕື່ມກ່ຽວກັບວຽກງານການບໍລິຫານ, ການບູລະນະ, ສິ່ງອຳນວຍຄວາມສະດວກ ແລະ ປັບປຸງພື້ນຖານໂຄງລ່າງຕ່າງໆ. ນອກຈາກນັ້ນ, ຝ່າຍລາວ ຍັງໄດ້ສະເໜີຕໍ່ ຝ່າຍອົງການ KOICA ໃຫ້ຊ່ວຍຕິດຕາມ ແລະ ໃຫ້ການສະໜັບສະໜູນ ດ້ານງົບປະມານ, ການຝຶກອົບຮົບດ້ານເຕັກນິກ ວິຊາການ ແລະ ອຸປະກອນຕ່າງໆ ເພື່ອຮັບໃຊ້ ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ ໃຫ້ສາມາດນຳໃຊ້ ໄດ້ຢ່າງມີປະສິດທິພາບຕໍ່ໄປ.
Editor: ກຳປານາດ ລັດຖະເຮົ້າ