ເພື່ອເປັນການເຊື່ອມຊືມ ແນວທາງນະໂຍບາຍ ຂອງພັກ, ໃນວັນທີ 1 ພະຈິກ 2017 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດ ພິທີເຜີຍແຜ່ເຊື່ອມຊື່ມ ມະຕິກອງປະຊຸມ ຄົບຄະນະ ຂອງຄະນບໍລິຫານງານ ສູນກາງພັກ, ຄັ້ງທີ 5 ສະໄຫມທີ 10, ຊຶ່ງໃຫ້ກຽດເຜີຍແຜ່ໂດຍ ທ່ານ ລຽນ ທີແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍຄະນະປະຈຳພັກ, ຄະນະພັກກະຊວງ, ທ່ານຮອງລັດຖະມົນຕີ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ ຫ້ອງການ, ກົມ ແລະ ສະຖາບັນ, ສູນ ອ້ອມຂ້າງກະຊວງ ເຂົ້າຮ່ວມຮັບຟັງທັງໝົດ 176 ທ່ານ, ຍິງ 46 ທ່ານ.
ຈຸດປະສົງ ເພື່ອເປັນການຕີລາຄາ ຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມ ສູນກາງພັກຄັ້ງທີ 4 ຂອງ ຄະນະບໍລິຫານງານ ສູນກາງພັກ ສະໄຫມທີ 10, ວາງທິດທາງລວມ ແລະ ໜ້າທີ່ຈຸດສຸມ ໃນຕໍ່ໜ້າ ຂອງແຕ່ລະຂົງເຂດ ຄື: ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ວຽກງານການຕ່າງປະເທດ, ວຽກງານເສດຖະກິດ-ສັງຄົມ, ຂົງເຂດລັດ, ວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ຂອງພັກ, ວຽກພັກ-ພະນັກງານ, ແລະ ແນວຄິດ-ວັດທະນະທຳ. ຄະນະບໍລິຫານສູນກາງພັກ ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງໄດ້ເຊີດຊູຄວາມສາມັກຄີ ເປັນປຶກແຜ່ນ ຢູ່ອ້ອມຂ້າງສູນກາງພັກ, ກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ 10 ໃຫ້ເປັນຂະບວນຟົດຟື້ນ, ແຂງແຮງ, ຕໍ່ເນື່ອງ, ເຮັດໃຫ້ວຽກງານຈຸດສຸມ ທີ່ສູນກາງພັກວາງອອກ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຢ່າງຈົບງາມ, ປະກອບສ່ວນໂດຍກົງເຂົ້າໃນ ຜົນສຳເລັດລວມ ໃນໄລຍະເຄິ່ງສະໄຫມ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ.
Editor: ກຳປານາດ ລັດຖະເຮົ້າ