ພິທີ ປາຖະກະຖາ ລະນຶກເຖິງວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຫົວຂໍ້ “ວຽກງານການຈັດສັນພູມລໍາເນົາທີ່ຕິດພັນກັບການເຄື່ອນຍ້າຍຊະຊາຍຂອງພົນລະເມືອງ” ໄດ້ຈັດຂຶ້ນໃນທ້າຍ ເດືອນຕຸລາ 2017 ຜ່ານນີ້ ຢູ່ສະໂມສອນສະຖາບັນການເມືອງການປົກຄອງແຫ່ງຊາດ ໂດຍການຮ່ວມມືກັນລະຫວ່າງ ສະຖາບັນການເມືອງການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດປາຖະກະຖາໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ມີຄູອາຈານ ພ້ອມດ້ວຍນັກສຶກສາ ພາຍໃນ ສະຖາບັນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເລົ່າຄືນກ່ຽວກັບສະພາບການເຄື່ອນຍ້າຍຂອງສາກົນໃນປັດຈຸບັນ. ໂດຍອີງຕາມຕົວເລກຂອງ ສະຫະປະຊາຊາດ ໃນປີ 2013 ທົ່ວໂລກມີຄົນເຄື່ອນຍ້າຍພາຍໃນປະເທດຂອງຕົນເອງປະມານ 763 ລ້ານຄົນ ສູງກວ່າການຍ້າຍຂ້າມຊາຍແດນເຖິງ 3 ເທົ່າ. ເຫດຜົນທີ່ເຮັດໃຫ້ມີການເຄື່ອນຍ້າຍ ອັນທີ່ພົ້ນເດັ່ນແມ່ນການເຄື່ອນຍ້າຍຕາມລະດູການຜະລິດ ຕິດພັນກັບການເຮັດກະສິກໍາ, ເຄື່ອນຍ້າຍຈາກຊົນນະບົດ ເຂົ້າສູ່ຕົວເມືອງຍ້ອນການດຶງດູດຂອງອຸດສາຫະກໍາ, ເຄື່ອນຍ້າຍຈາກຕົວເມືອງສູ່ຊົນນະບົດຍ້ອນຄ່າຄອງຊີບສູງ, ເຄື່ອນຍ້າຍຈາກໄພທໍາມະຊາດເຊື່ອມໂຊມ ແລະບົກແຫ້ງ, ເຄື່ອນຍ້າຍຍ້ອນສົງຄາມ ແລະຄວາມວຸ້ນວາຍ, ເຄື່ອນຍ້າຍຈາກເຂດໂຄງການພັດທະນາ, ເຄື່ອນຍ້າຍຕາມນະໂຍບາຍຕ່າງໆຂອງລັດຖະບານ ແລະອື່ນໆນໍາອີກ. ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຍັງໄດ້ເວົ້າວ່າ ນັບແຕ່ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກເປັນຕົ້ນມາ ພັກ ແລະ ລັດຖະບານ ໄດ້ເລັ່ງໃສ່ຈຸດສຸມພັດທະນາທີ່ມີເງືອນໄຂໄດ້ຮັບການພັດທະນາໃຫ້ກາຍເປັນບ້ານໃຫຍ່ມີລັກສະນະເປັນຕົວເມືອງໃນຊົນນະບົດ, ກາຍເປັນໃຈກາງທາງດ້ານການປົກຄອງ-ເສດຖະກິດ, ວັດທະນະທໍາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະໜອງການບໍລິການພື້ນຖານ ໃຫ້ແກ່ປະຊາຊົນ ໃນຈຸດສຸມດັ່ງກ່າວ.
ທີມຂ່າວ ກະຊວງກະສິກໍາ ແລະ ປ່າໄມ້
Editor: ກຳປານາດ ລັດຖະເຮົ້າ