ເພື່ອສະເຫລີມສະຫລອງມູນເຊື້ອ ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ແມ່ນການຮ່ວມສະຫລອງ ສອງວັນປະຫວັດສາດ ຄື: ວັນເຊັນສົນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຄັ້ງສາຍພົວພັນການທູດ ຄົບຮອບ 55 ປີ,
ພິທີວາງສີລາເລີກ ແລະ ເປີດໂຄງການປຸກສ້າງຫໍສະພາແຫ່ງຊາດ ຫລັງໃຫມ່ ໄດ້ຈັດຂື້ນ ໃນວັນທີ 1 ພະຈິກ 2017 ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານນາງ ຫງວຽນ ຖິກິມເງິນ ກໍາມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ ປະທານສາພາແຫ່ງຊາດຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາຄະນະພັກ, ຄະນະນໍາຂັ້ນສູງ ທັງສອງຝ່າຍ ແລະ ແຂກຸືກເຊີນ ເຂົ້າຮ່ວມ ຢ່າງພ້ອມພຽງ,
ຫໍສະພາແຫ່ງຊາດ ຫລັງໃຫມ່ ແມ່ນໄດ້ປຸກສ້າງຂື້ນໃນສະຖານທີ່ເກົ່າ ເຊິ່ງຫລັງເກົ່າໄດ້ປຸກສ້າງຂື້ນໃນປີ 1991 ແລະ ມີສະພາບຊຸດໂຊມ ພໍສົມຄວນ ເພື່ອຈັດຕັ້ງປະຕິບັດແຈ້ງການ ຂອງຫ້ອງວ່າການສູນກາງພັກ ກ່ຽວກັບການຕົກລົງຂອງກົມການເມືອງສູນກາງພັກ ເຫັນດີໃຫ້ຄະນະປະຈໍາສະພາແຫ່ງຊາດ ປຸກສ້າງຫໍສະພາຫລັງໃຫມ່ ຕາມການສະເຫນີ. ເຊິ່ງຫໍສະພາແຫ່ງຊາດຫລັງໃຫມ່ ແມ່ນເປັນອາຄານທີ່ທັນສະໄຫມ, ສວຍງາມ ພ້ອມກັບສິ່ງອໍານວຍຄວາມສະດວກ ແລະ ປອດໄພມາດຕະຖານສາກົນ ເຊີ່ງມີເນື້ອທີ່ ທັງໝົດ 23,400 ຕາແມັດ, ໃນນັ້ນເນື້ອທີ່ປຸກສ້າງອາຄານຫນ້າດິນ 7,171 ຕາແມັດ, ກວ້າງ 78 ແມັດ, ເລີກ 105 ແມັດ, ຮູບແບບອາຄານ ເປັນອາຄານ 5 ຊັ້ນ ແລະ 1 ຊັ້ນໄຕ້ດິນ ໂດຍຫ້ອງປະຊຸມໃຫຍ່ ທີ່ຈະໃຊ້ດຳເນີນກອງປະຊຸມສະໄຫມສາມັນ ຂອງສະພາແຫ່ງຊາດນັ້ນ ມີຄວາມສາມາດ ຮອງຮັບສະມາຊິກສະພາ ຈໍານວນ 450 ທ່ານ, ມີຫ້ອງໂຖງໃຫຍ່, ຫ້ອງກຽດຕິຍົດ, ຫ້ອງປະຊຸມຂະຫນາດນ້ອຍ ແລະ ກາງ, ຫ້ອງເຮັດວຽກຂອງບັນດາຄະນະປະຈໍາສະພາແຫ່ງຊາດ, ບັນດາຫ້ອງກະກຽມວຽກງານປະຊຸມ, ເຊິ່ງໄດ້ເນັ້ນຄວາມສະຫງ່າງາມ, ຄຸນນະພາບດີ ໃຊ້ງານຍາວນານ, ມີລວດລາຍດວງດອກ ເປັນເອກະລັກທາງດ້ານສິລະປະ ວັດທະນະທໍາຂອງລາວ ປະສານສົມທົບ ກັບຄວາມທັນສະໄຫມ ຂອງຍຸກສະໄຫມ, ລະບົບນໍ້າປະປາ, ລະບົບໄຟຟ້າ ທີ່ໄດ້ມາດຕະຖານ, ມີເດີ່ນຫຍ້າ, ສະຖານທີ່ຈອດລົດ.
ຕາມການລາຍງານເບື້ອງຕົ້ນໂຄງ ການກໍ່ສ້າງຫໍສະພາແຫ່ງຊາດ ຫລັງໃຫມ່ ໃຊ້ທຶນທັງໝົດ 800 ຕື້ກີບ ຫລື ປະມານ 100 ລ້ານໂດລາສະຫາລັດ, ເຊິ່ງເປັນທຶນຊ່ວຍເຫລືອລ້າ ຈາກລັດຖະບານ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄາດວ່າ ຈະກໍ່ສ້າງສໍາເລັດ ແລະ ສາມາດນໍາໃຊ້ໃນປີ 2020 ຫາກບໍ່ມີການປ່ຽນແປງ.
ໂອກາດເລິກຍາມ ຍາມດີ ຄະນະປະທານ, ການນໍາຂັ້ນສູງ ທັງສອງຝ່າຍ ໄດ້ພ້ອມກັນ ວາງສິລາເລີກ ເປີດໂຄງການປຸກສ້າງ ຫໍສະພາແຫ່ງຊາດ ຢ່າງເປັນທາງການ.
Editor: ກຳປານາດ ລັດຖະເຮົ້າ