ໃນຕອນເຊົ້າວັນທີ 31 ຕຸລາ 2017 ນີ້, ທີ່ຫ້ອງປະຊຸມສຳນັກງານປົກຄອງເມືອງຊະນະສົມບູນ ແຂວງຈຳປາສັກ. ໄດ້ເປີດກວ້າງ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 9 ສະໄໝທີ 7 ຂື້ນຢ່າງເປັນທາງການ. ໂດຍພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມບູນ ເຮືອງວົງສາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊະສົມບູນ. ເຂົ້າຮ່ວມມີ ບັນດາສະຫາຍຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ ແລະ ຮອງຫ້ອງການ ເລຂາຄະນະພັກຮາກຖານຊີ້ນຳກຸ່ມໃນ 5 ກຸ່ມ, ຕະຫຼອດຮອດເລຂາໜ່ວຍພັກບ້ານທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ດຳເນີນໄປດ້ວຍການຮັບກຽດ ສະຫາຍ ສົມບູນ ເຮືອງວົງສາ ກຳມະການພັກແຂວງ,ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆຊະນະສົມບູນ ໄດ້ຕ່າງໜ້າໃຫ້ກັບຄະນະພັກ,ອຳນາດການປົກຄອງເມືອງຂື້ນມີຄຳເຫັນກ່າວໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ່ 9 ສະໄໝທີ 7 ຢ່າງມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງທັງເຕັມໄປດ້ວຍເນື້ອໃນອັນໜັກແໜ້ນ ເຊີ່ງກອງປະຊຸມຈະໄດ້ພ້ອມກັນຜ່ານຜົນສຳເລັດມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 5 ສະໄໝທີ 10, ຜ່ານບົດສະຫຼຸບການນໍາພາ - ຊີ້ນໍາ ເຄື່ອນໄຫວ, ຈັດຕັ້ງ ປະຕິບັດຕະຫຼອດໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການ 3 ເດືອນທ້າຍປີສະໄໝທີ 7 ຂອງຄະນະບໍລິຫານງານພັກເມືອງຊະນະສົມບູນ ແລະ ຜ່ານບົດສະຫຼຸບ ແລະ ທິດທາງແຜນພັດທະນາເສດຖະກິດ - ສັງ ຄົມ ໄລຍະ 9 ເດືອນປີ 2017 ແລະ ທິດທາງແຜນການ 3 ເດືອນທ້າຍປີ 2017. ພ້ອມນັ້ນບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຜັດປ່ຽນກັນມີຄໍາເຫັນໃສ່ບົດສະຫຼຸບຕີລາຄາ,ການເຄື່ອນໄຫວຈັດຕັ້ງປະຕິບັດຂົງເຂດວຽກວຽກທີ່ຕົນຮັບຜິດຊອບໄລຍະ 9 ເດືອນປີ 2017 ແລະ ທິດທາງແຜນການ 3 ເດືອນທ້າຍປີ 2017. ເປັນຕົ້ນແມ່ນບັນດາທ່ານຫົວໜ້າກົມກອງ - ຫ້ອງການຕ່າງໆທີ່ກ່ຽວຂ້ອງ ຕະຫຼອດຮອດເລຂາຄະນະພັກຮາກຖານຊີ້ນຳກຸ່ມ, ເລຂາໜ່ວຍພັກບ້ານ.
ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມຂອງ ສະຫາຍຄະນະປະຈຳພັກແຂວງ ເພື່ອຊີ້ທິດເຍືອງທາງຕໍ່ແຜ່ນພັດທະນາເສດຖະກິດ - ສັງຄົມໃນຕໍ່ໜ້າ. ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 9 ສະໄໝທີ 7 ເທື່ອນີ້ ໄດ້ດຳເນີນໄປເປັນເວລາ 1 ວັນຈິ່ງສຳເລັດລົງ
Editor: ກຳປານາດ ລັດຖະເຮົ້າ