ໃນຕອນເຊົ້າຂອງ ວັນທີ 31 ຕຸລາ 2017 ທີ່ ສູນກາງແນວລາວສ້າງຊາດ. ນະຄອນຫລວງວຽງຈັນ ໄດ້ຕ້ອນຮັບ ທ່ານ ໂອເຣສເຕ ຢ່າເນັສ ເມັສເຕຣ ຮອງຜູ້ປະສານງານແຫ່ງຊາດ ຄະນະກໍາມະການປ້ອງກັນປະຕິວັດປະເທດກູບາ, ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບຕະນະກໍາມະການສູນກາງແນວລາວສ້າງຊາດ ທີ່ ນະຄອນຫຼວງວຽງຈັນ ໃຫ້ກຽດຕອນຮັບໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ.
ການມາຢ້ຽມຢາມໃນຄັ້ງນີ້ ຂອງກໍາມະການປ້ອງກັນ ປະຕິວັດ ປະເທດກູບາ ແມ່ນເພື່ອເພີ່ມທະວີສາຍພົວພັນຮ່ວມມື ລະຫວ່າງ ລາວ - ກູບາ ສືບຕໍ່ຂະຫຍາຍຕົວທັງລວງກ້ວາງ ແລະ ລວງເລິກ ກາຍເປັນຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ໃນການພົບປະໃນຄັ້ງນີ້ ທັງສອງຝ່າຍ ລາວ ແລະ ກູບາ ຍັງໄດ້ແຈ້ງ ສະພາບເສດຖະກິດ - ສັງຄົມ ແລະ ພາລະບົດບາດຂອງທັງສອງຝ່າຍ ໃຫ້ເຊິ່ງກັນ ແລະ ກັນໄດ້ຊາບ, ທ່ານ ຈັນທະວົງ ແສນອາມາດມົນຕີ ຍັງກ່າວສະເໝີໃຫ້ ໃນອານາຄົດ ທັງສອງປະເທດລາວ - ກູບາ ຈະມີການຮ່ວມມື ແລກປ່ຽນບົດຮຽນໃນຫລາຍດ້ານ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ສອງຊາດ, ສອງແນວໂຮມລາວ - ກູບາ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.
ໃນໂອກາດດຽວກັນ ທ່ານ ໂອເຣສເຕ ຢ່າເນັສ ເມັສເຕຣ ຮອງຜູ້ປະສານງານແຫ່ງຊາດ ຄະນະກໍາມະການປ້ອງກັນປະຕິວັດ ປະເທດກູບາ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າພົບ ທ່ານ ປະລີນຍາເອກ ໄຊສົມພອນ ພົມວິຫານ ປະທານສູນກາງແນຂວລາວສ້າງຊາດ ພ້ອມທັງລາຍງານ ຈຸດປະສົງຂອງ ຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ຄະນະກໍາມະການສູນກາງ ແນວລາວສ້າງຊາດ ໃນຄັ້ງນີ້. ທ່ານ ປະລີນຍາເອກ ໄຊສົມພອນ ພົມວິຫານ ກໍ່ໄດ້ສະແດງຄວາມຕອນຮັບ ແລະ ຍີນດີໃນການພົບປະແລກປ່ຽນ ການຮ່ວມມືຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສອງຊາດລາວ - ກູບາ ເວົ້າລວມ, ເວົ້າສະເພາະ ກໍຄື ສອງແນວໂຮມ ຈະມີການຮ່ວມມື ແລະ ແລກປ່ຽນບົດຮຽນຮອບດ້ານ ໃນອານາຄົດ ພ້ອມກັນຮັດແໜ້ນຄວາມສາມັກຄີ ມິດຕະພາບອັນດີ ຕະຫຼອດໄປ.
Editor: ກຳປານາດ ລັດຖະເຮົ້າ