ເມື່ອບໍ່ດົນມານີ້, ຢູ່ທີ່ສະໂມສອນເມືອງວັງວຽງ ແຂວງວຽງຈັນ.ໄດ້ມີ ພິທີມອບບັດ ໃຫ້ສະມາຊິກພັກສົມບູນ ຊຸດທີ 1 ຂອງໜ່ວຍພັກພາຍໃນເມືອງວັງວຽງ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີບັນດາທ່ານຄະນະປະຈຳ, ກຳມະການພັກເມືອງ, ເລຂາໜ່ວຍພັກ-ສະມາຊິກພັກ ຂອງຫ້ອງການ ແລະ ບ້ານເຂົ້າຮ່ວມ.
ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງວຽງຈັນ ວ່າດ້ວຍ ການຮັບຮອງອອກບັດໃຫ້ສະມາຊິກພັກສົມບູນ ທີ່ໄດ້ມາດຖານ ເລກທີ 51 /ຄປພວຈ ລົງວັນທີ 01 /2/2017.
ມີ 12 ໜ່ວຍພັກຄື: ໜ່ວຍພັກຈັດຕັ້ງ-ກວດກາ-ໂຄສະນາ, ໜ່ວຍພັກສາທາລະນະສຸກ, ໜ່ວຍພັກ ລັດວິສະຫະກິດນ້ຳປະປາ, ໜ່ວຍພັກລະບົບສົງໄຟຟ້າ, ໜ່ວຍພັກສູນບໍລິການໄຟຟ້າ, ໜ່ວຍພັກໂຍທາແລະຂົນສົ່ງ, ໜ່ວຍພັກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໜ່ວຍພັກສູນຝຶກອົບຮົມຜູ້ບໍລິຫານການສຶກສາ, ໜ່ວຍພັກໂຮງຮຽນສາມັນຊົນເຜົ່າ, ໜ່ວຍພັກວິທະຍາສາດທຳມະຊາດມໍຕົ້ນວັງວຽງ, ໜ່ວຍພັກບ້ານວຽງແກ້ວ, ໜ່ວຍພັກບ້ານສະຫວ່າງ ມີສະມາຊິກ ຈໍານວນ 107 ສະຫາຍ, ຍິງ 54 ສະຫາຍ, ທີ່ໄດ້ຕາມມາດຖານເງື່ອນໄຂ ແລະ ຜ່ານວິທີ ການຂັ້ນຕອນຕາມມະຕິ 33 ຂອງກົມການ ເມືອງສູນກາງພັກ ວ່າດ້ວຍການອອກບັດ ແລະ ມອບບັດສະມາຊິກ ພັກສົມບູນຂອງພັກປະຊາຊົນ ປະຕິວັດລາວ ພ້ອມນໍາໄປຈັດ ຕັ້ງປະຈິບັດ ໃຫ້ຖືກຕ້ອງຕາມລະບຽບ ຫລັກການຂອງພັກ ຕາມຂັ້ນຕອນຕ່າງໆ ພາຍໃນໜ່ວຍພັກ ໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ຕໍໍ່ຢູ່ໃນຄະນະພັກຂັ້ນຂອງຕົນ.
ໃນລະບຽບຂອງພັກປະຊາຊົນ ປະຕິວັດລາວ ໄດ້ກໍານົດຢ່າງຈະແຈ້ງວ່າ: ວັດຖຸປະສົງຂອງພັກແມ່ນ ນໍາພາປວງຊົນລາວທັງຊາດ ປະຕິບັດສອງໜ້າ ທີ່ຍຸດທະສາດຄື: ປົກປັກຮັກສາ ປະເທດຊາດ ແລະ ໝາກຜົນ ຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ, ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ, ສືບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນຕາມ ຈຸດໝາຍສັງຄົມນິຍົມ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ພິທີມອບຮັບບັດ ໃຫ້ກຽດ ກ່າວມອບໂດຍ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ແລະ ກ່າວຮັບໂດຍເລຂາໜ່ວຍພັກຫ້ອງການແລະເລຂາໜ່ວຍພັກບ້ານ. ຕອນທ້າຍ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ກໍ່ຍັງໃຫ້ກຽດໂອ້ລົມຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ