ກອງປະຊຸມກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງສູນເສຍອົງຄະ ທົ່ວປະເທດ ຄັ້ງທີ I ,ໄດ້ຈັດຂື້ນໃນທ້າຍເດືອນ ຕຸລາ 2017 ນີ້, ທີ່ເຮືອນຮັບແຂກຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາ ຮອງລັດຖະມົນຕີ ຈາກກະຊວງກຽ່ວຂ້ອງ, ຮອງເຈົ້າແຂວງ, ຫົວໜ້າຫ້ອງການ, ຫົວໜ້າກົມອອ້ມຂ້າງກະຊວງ ຮສສ, ພະແນກ ຮສສ ແຂວງ ,ບັດດາສູນເສຍອົງຄະທັງພາຍໃນ ແລະ ຕ່າງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມຈຳນວນຫລາຍ.
ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສູນເສຍອົງຄະ ແລະ ທິດທາງແຜນການພັດທະນາບັນດາສູນເສຍອົງຄະ ແຕ່ປີ 2018-2025, ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ, ຜ່ານການຕິດຕາມ ແລະ ຮັບຟັງການນຳສະເໜີ ກໍຄືການປຶກສາຫາລື ແລກປ່ຽນຄຳຄິດເຫັນ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ຖະຊວງ ຮສສ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ແລະ ທ່ານ ຍັງໄດ້ເໜັ້ນໜັກບາງບັນຫາທີ່ຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ
1. ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ປະຕິບັດນະໂຍບາຍຕ່າງໆ ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ ຕາມເງື່ອນໄຂທີ່ກຳນົດ.
2. ຍາດແຍ່ງໃນການສືບຕໍ່ ສ້າງ ແລະ ປັບປຸງພຶ້ນຖານໂຄງລ່າງ
3. ເອົາໃຈໃສ່ສ້າງລະບຽບການຄຸ້ມຄອງ
4. ປະຕິບັດນະໂຍບາຍຕໍ່ລູກ ຜູ້ເສຍອົງຄະ ໃນສຶກສາຕໍ່ ວິຊາຊີບ, ວິທະຍາໄລ ຫລື ມະຫາວິທະຍາໄລ ລວມທັງ ການຊອກຫາວຽກເຮັດງານທຳ ໃຫ້ເຂົາເຈົ້າ
5. ການແບ່ງໂກຕ້າ ພະນັກງານໃໝ່ໃຫ້ບັນດາສູນເສຍອົງຄະ ເພື່ອຊ່ວຍວຽກບໍລິຫານສູນ ໃຫ້ຂຶ້ນແຜນລະອຽດ
6. ບັນຫາໜຶ່ງທີ່ເຫັນວ່າມີຄວາມຈໍາເປັນ ກໍຄື ພາຫະນະຮັບໃຊ້ ສະເໜີຄະນະນຳກະຊວງ ພິຈາລະນາ.
7. ຂໍຮຽກຮ້ອງມາຍັງ ຄະນະນໍາຂອງແຕ່ລະແຂວງ ຊ່ວຍສືບຕໍ່ເບິ່ງແຍ່ອຸ້ມຊູແຕ່ລະສູນ ພາຍໃນແຂວງ ແລະ ສືບຕໍ່ລະດົມການຊ່ວຍເຫຼືອຈາກສັງຄົມ ໃຫ້ກວ້າງຂວາງ ມີຫຼາຍກິດຈະກຳໂດຍສະເພາະ ການຈັດງານເນື່ອງໃນວັນສຳຄັນຂອງຊາດ, ຂອງພັກ ເພື່ອຊ່ວຍເຫລືອ ແລະ ພັດທະນາ ຊີວິດການເປັນຢູ່ຂອງຜູ້ເສຍອົງຄະໃຫ້ນັບມື້ດີຂື້ນ
Editor: ກຳປານາດ ລັດຖະເຮົ້າ