ປີທ່ອງທ່ຽວລາວ 2018 ໄດ້ເປີດຂື້ນ ຢ່າງເປັນທາງການ ພ້ອມໆກັບການເປີດງານບຸນນະມັດສະການພະທາດຫລວງວຽງຈັນ ປະຈໍ່ປີ 2017 ເຊີ່ງພິທີດັ່ງກ່າວ ໄດ້ຈັດຂື້ນ ໃນຕອນບ່າຍວັນທີ 28 ຕຸລາ 2017 ທີ່ເດີນດ້ານຫນ້າຮູບປັນຫລໍ້ພະເຈົ້າໄຊເສດຖາ, ເດີນທາດຫລວງ ໂດຍໄດ້ຮັບກຽດອັນສູງສົງເປັນປະທານເປີດງານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ, ທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ບັນດາແຂກ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ຢ່າງພ້ອມພຽງ
ການເປີດປີທ່ອງທ່ຽວລາວ 2018 ນັບໄດ້ວ່າເປັນເຫດການທີ່ມີຄວາມຫມາຍ-ຄວາມສໍາຄັນຂອງຊາດ, ເຊີ່ງສະແດງໃຫ້ເຫັນວ່າ: ທົ່ວພັກ-ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ໄດ້ພ້ອມພຽງຮຽງຫນ້າ ປະຕິບັດຕາມນະໂຍບາຍ ຂອງລັດຖະບານ ໃນການຈັດປີທ່ອງທ່ຽວລາວ 2018 ພ້ອມທັງຈັດງານຕະຫລາດນັດສາກົນ ແລະ ບຸນນະມັດສະການພະທາດຫລວງວຽງຈັນ ເຊີ່ງເປັນບຸນປະເພນີອັນດີງາມຂອງຊາດ, ພ້ອມກັນນັ້ນ ຍັງເປັນການສະເຫລີມສະຫລອງຜົນສໍາເລັດຂອງການປະຕິສັງຂອນພະທາດຫລວງວຽງຈັນ ຄັ້ງທີ 4 ແລະ ງານສົມໂພດພະທາດຫລວງໃນໄລຍະດຽວກັນອີກດ້ວຍ. ໃນພິທີເປີດ ຄັ້ງນີ້, ທ່ານ ສາດສະດາຈານ ປະລິນຍາເອກ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ການທ່ອງທ່ຽວຖືເປັນຂະແຫນງເສດຖະກິດຫນຶ່ງ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຢູ່ບັນດາປະເທດໃນທົ່ວໂລກ, ໃນຊຸ່ມປີຜ່ານມາ ລັດຖະບານ ສປປ ລາວ ໄດ້ຖືເອົາການທ່ອງທ່ຽວເປັນຂະແຫນງບູລິມະສິດຫນຶ່ງ ເພື່ອຊຸກຍູ້ເສດຖະກິດ-ສັງຄົມ, ເປັນຂະແຫນງຫນຶ່ງທີ່ພາໃຫ້ມີການສະສົມເງິນຕາ ແລະ ມີການຫມູນວຽນພາຍໃນເປັນຢ່າງດີ, ສ້າງວຽກເຮັດງານທໍາແກ່ປະຊາຊົນໃນຂົງເຂດບໍລິການ ແລະ ການຜະລິດ, ເປັນຕົ້ນແມ່ນການຜະລິດກະສິກຳ ແລະ ຫັດຖະກໍາ ຖືເປັນການສົ່ງອອກກັບທີ່ ແລະ ກະຈາຍລາຍໄດ້ລົງສູ່ທ້ອງຖີ່ນ ກໍ່ຄືຊົນນະບົດເຂດຫ່າງໄກ
ພ້ອມດຽວກັນນີ້, ລັດຖະບານຍັງຖືເອົາ ການພັດທະນາ ແລະ ການສົ່ງເສີມການທ່ອງທ່ຽວ ເປັນການຂະຫຍາຍຕົວ ແລະ ເປີດກວ້າງການພົວພັນຮ່ວມມື ກັບພາຍນອກອີກດ້ວຍ, ລັດຖະບານຍັງໄດ້ກໍານົດທິດທາງໃນການຂະຫຍາຍການທ່ອງທ່ຽວ ທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ດັ່ງກັບຄໍາຂວັນ ຂອງປີທ່ອງທ່ຽວລາວ 2018 ທີ່ວ່າ: ທ່ອງທ່ຽວເມືອງລາວ ຮຽນຮູ້ປະຫວັດສາດ, ຊື້ນຊົມທໍາມະຊາດ ແລະ ອະນຸລັກສົ່ງເສີມວັດທະນະທໍາ.
ການຈັດປີທ່ອງທ່ຽວລາວ 2018 ແມ່ນເປັນກິດຈະກຳທີ່ສໍາຄັນທີ່ສຸດ, ນອກຈາກຈະເປັນການສົ່ງເສີມການທ່ອງທ່ຽວແລ້ວ ຍັງແນໃສ່ສົ່ງເສີມອະນຸລັກວັດທະນະທໍາ ທີ່ເປັນເອກະລັກ ແລະ ຮິດຄອງປະເພນີອັນດີງາມ ຂອງ ສປປ ລາວ ອີກດ້ວຍ, ພ້ອມກັນນັນ ການຈັດປີທ່ອງທ່ຽວລາວ 2018 ຍັງເປັນການສ້າງຄວາມຄຶກຄື້ນເພື່ອຊຸກຍູ້ເສດຖະກິດ ທາງກົງ ແລະ ທາງອ້ອມ ໂດຍສະເພາະແມ່ນບັນດາຫົວຫນ່ວຍທຸລະກິດ ທີ່ປີ່ນອ້ອມໃນຂະແຫນງການທ່ອງທ່ຽວ
ໃນໂອກາດທີ່ສໍາຄັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວເປີດປີທ່ອງທ່ຽວລາວ ຢ່າງເປັນທາງການ, ພ້ອມທັງລັ່ນຄອງ 9 ບາດ ເພື່ອປະກາດວ່າ ປີທ່ອງທ່ຽວລາວ 2018 ໄດ້ເປີດຂື້ນແລ້ວ ຢ່າງເປັນທາງການ, ຫລັງຈາກນັ້ນ ຄະນະປະທານ ໄດ້ພ້ອມກັນເລາະຢ້ຽມຊົມ ບຸດທ່ອງທ່ຽວ ແລະ ບັນດາຫ້ອງວາງສະແດງຂອງແຕ່ລະແຂວງ ທີ່ເຂົ້າມາຮ່ວມວາງສະແດງ ໃນງານບຸນນະມັດສະການພະທາດຫລວງວຽງຈັນ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ