ໃນຕອນເຊົ້າຂອງວັນທີ 27 ຕຸລາ 2017 ຢູ່ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ ການເມືອງ-ການປົກຄອງ ໄລຍະ 45 ວັນ, ຊຸດທີ 5 ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂຶ້ນ. ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ເພັດ ພົມພິພັກ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ບັນດາເລຂາໜ່ວຍພັກ ອ້ອມຂ້າງ ຫສນຍ ແລະ ບັນດານັກຝຶກອົບຮົມ ທີ່ມາຈາກບັນດາກົມກອງທີ່ສັງກັດ ໃນຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວນີ້, ທ່ານ ຄົມສັນ ໄຊຍະສານ ຮັກສາການຫົວໜ້າກົມຈັດຕັ້ງ-ພະນັກງານ ທັງເປັນຫົວໜ້າຄະນະຮັບຜິດ ຊຸດຝຶກອົບຮົມທິດສະດີ ການເມືອງ-ການປົກຄອງ ໄລຍະ 45 ວັນ, ຊຸດທີ 5 ໃນຄັ້ງນີ້, ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນການຈັດຕັ້ງປະຕິບັດ ບັ້ນຝຶກອົບຮົມທິດສະດີ ການເມືອງ-ການປົກຄອງ ໃນຄັ້ງນີ້ວ່າ: ໂດຍປະຕິບັດຕາມຂໍ້ຕົກ ລົງຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 327/ຫສນຍ, ລົງວັນທີ 17 ກໍລະກົດ 2017 ແລະ ຂໍ້ຕົກລົງ ຂອງຫົວໜ້າສະຖາບັນ ການເມືອງ-ການປົກຄອງ ແຫ່ງຊາດ ສະບັບເລກທີ 714/ສມ ປຊ , ລົງວັນທີ 03 ສິງຫາ 2017 ວ່າດ້ວຍການອະນຸມັດ ເປີດຊຸດຝຶກອົບຮົມ ທິດສະດີການ-ການປົກຄອງ ໄລຍະ 45 ວັນ ນັບແຕ່ວັນທີ 21 ສິງຫາ-27 ຕຸລາ 2017 ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ທີ່ເປັນເປົ້າໝາຍ ສ້າງໃຫ້ເປັນພະນັກງານສືບທອດປ່ຽນແທນ, ເຊິ່ງໄດ້ຮັບການຄັດເລືອກມາຈາກ 06 ໜ່ວຍພັກ ແລະ 02 ຄະນະພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກ ຫ້ອງວ່າການສໍານັກງານນາ ຍົກລັດຖະ ມົນຕີ ລວມທັງໝົດມີ 40 ສະຫາຍ, ຍິງ 12 ສະຫາຍ.
ໂດຍອີງຕາມຫຼັກສູດ ຂອງສະຖາບັນການເມືອງ-ການປົກຄອງ ແຫ່ງຊາດ ໃນການຝຶກອົບຮົມໃນຄັ້ງນີ້ ປະກອບມີ v ພາກ, 38 ບົດ ມີຄື: ພາກປຣັຊຍາ ລວມມີ 08 ບົດ; ພາກເສດຖະ ສາດ-ການເມືອງ ລວມມີ 09 ບົດ; ພາກລັດທິສັງຄົມນິຍົມ ວິທະຍາສາດ ລວມມີ 08 ບົດ; ພາກວິຊາບໍລິຫານສາດ ລວມມີ 08 ບົດ ແລະ ພາກກໍ່ສ້າງພັກ ລວມມີ 05 ບົດ.
ນອກນັ້ນ, ຍັງໄດ້ມີຮັບຟັງ ການບັນຍາຍ ຈາກທ່ານລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ກ່ຽວກັບວຽກງານການຕ່າງປະເທດ, ວຽກງານພົວພັນຮ່ວມມືກັບສາກົນ ແລະ ສະພາບການຂອງໂລກ ໃນອະດີດຈົນເຖິງປະຈຸບັນ. ທັງນີ້ກໍ່ເພື່ອໃຫ້ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ໃນຄັ້ງນີ້ ຮັບຮູ້, ເຂົ້າໃຈແຕ່ລະບັນຫາ ຢ່າງເລິກເຊິ່ງ, ກໍາແໜ້ນທິດສະດີ ໂດຍສະເພາະ ທິດສະດີມາກ-ເລນິນ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ແລະ ແນວຄິດຂອງ ທ່ານປະທານ ໄກສອນ ພົມວິ ຫານ ແລະ ບົດຮຽນອື່ນໆ. ທັງນີ້ກໍ່ເພື່ອສາມາດປະຕິບັດໄດ້ ຕາມຄໍາຂວັນ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວາງອອກທີ່ວ່າ: " ຍົກສູງບົດບາດ ແລະ ຄຸນນະພາບ ວຽກງານ ເສນາທິການສັງລວມທີ່ດີ, ປະສານງານດີ ແລະ ເປັນຜູ້ບໍລິການຮັບໃຊ້ ໃຫ້ແກ່ການນໍາ ທີ່ດີ ແລະ ເກັ່ງ ນອກຈາກໄດ້ສຶກສາຮໍ່າຮຽນ ບົດຮຽນທາງດ້ານ ທິດສະດີ ແລະ ພຶດຕິກໍາຕົວຈິງ ຈາກບັນດາ ອາຈານທີ່ມາຈາກ ສະຖາບັນການເມືອງ-ການປົກຄອງ ແຫ່ງຊາດແລ້ວ ນັກສໍາມະນາກອນ ຍັງມີການໄປທັດສະນະສຶກສາ, ແຫຼກປ່ຽນບົດຮຽນ ຢູ່ສະຖານທີ່ສໍາຄັນຕ່າງໆ ແລະ ໄດ້ສ້າງຂະບວນການພາຍໃນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ພາກສ່ວນຕ່າງໆ ເພື່ອຮັກສາໄດ້ຄວາມສາມັກຄີ, ມິດຕະພາບ ແລະ ສຸຂະພາບຂອງນັກສໍາມະນາກອນ.
ໃນຕອນທ້າຍຂອງພິທີ, ເພື່ອເຮັດຊຸດຝຶກອົບຮົມທິດສະດີ ການເມືອງ-ການປົກຄອງ ໄລຍະ 45 ວັນ, ຊຸດທີ 5 ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນນັ້ນ, ທ່ານ ເພັດ ພົມພິພັກ ໄດ້ມີຄໍາເຫັນຊີ້ນໍາ ແລະ ເໜັກໜັກ ໃຫ້ນັກສໍາມະນາກອນ ຈົ່ງນໍາເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ນໍາມາໝູນໃຊ້ ເຂົ້າໃນວຽກງານຕົວຈິງ ຂອງຕົນ ເພື່ອໃຫ້ມີຄຸນນະພາບໃໝ່ ທີ່ດີຂຶ້ນ, ວ່ອງໄວ, ໂປ່ງໃສ ແລະ ເກີດປະໂຫຍດສູງສຸດ ໂດຍສະເພາະແມ່ນ ການເປັນເສນາທີການທີ່ດີ; ສືບຕໍ່ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມ ແລະ ກໍາແໜ້ນ ບັນດາທິດສະດີ, ແນວທາງນະໂຍບາຍ ທີ່ພັກ ແລະ ລັດຖະບານ ວາງອອກໃນແຕ່ລະໄລຍະ. ສໍາຄັນແມ່ນ ສືບຕໍ່ຮັກສາຄວາມສາມັກຄີ ເປັນປຶກແຜ່ນ, ບຸກໜ້າບຶນຕົວ ຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍຫົວຄິດປະດິດສ້າງ, ເປັນເຈົ້າການ, ກ້າຄິດ, ກ້າເຮັດ ແລະ ມີຄວາມຮັບຜິດຊອບ ເພື່ອເປັນເສນາທິການທີ່ດີໃຫ້ແກ່ຄະນະພັກ, ຄະນະນໍາ, ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນເປັນເສນາທິການ ໃຫ້ແກ່ທ່ານນາຍົກລັດຖະມົນຕີ ແລະ ທ່ານຮອງນາຍົກລັດຖະມົນຕີ.
Editor: ກຳປານາດ ລັດຖະເຮົ້າ