ໃນວັນທີ 23 ຕຸລາ 2017 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດ VIII, ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍໍ່ຕູ້ ປະທານສະພາແຫ່ງຊາດ ກ່ຽວກັບການບໍລິຫານລັດ ໃນທຸກຂະແໜງການ, ອົງການປົກຄອງມີຄຸນນະພາບ, ມີປະສິດທິພາບ ແລະ ມີປະສິດທິຜົນ ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ຜູ້ປະກອບການເຂົ້າເຖິງການບໍລິຫານລັດ ຢ່າງສະດວກວ່ອງໄວຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ ລັດຖະບານຊຸດນີ້, ຈຶ່ງຖືສຳຄັນໃນການປັງປຸງກົງຈັກຂອງລັດໃຫ້ກະທັດຮັດທາງດ້ານການຈັດຕັ້ງ ແບ່ງຄວາມຮັບຜິດຊອບ ແລະ ມອບສິດອຳນາດໃຫ້ກົງຈັກແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອໃຫ້ປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າການ ແກ້ໄຂບັນຫາຂອງຕົນດ້ວຍຄວາມຮັບຜິດຊອບສູງຂຶ້ນ, ບໍ່ໃຫ້ເອື່ອຍອີງ, ບໍ່ໃຫ້ຖິ້ມພຸ້ນຖິ້ມພີ້ ລວມທັງການບັນຊາວຽກງານທີ່ຖືກມອບໝາຍ ດ້ວຍຄວາມເປັນເຈົ້າການຢ່າງແທ້ຈິງ.
ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຊີ້ແຈງຕື່ມວ່າ: ກົງຈັກຍັງມີການເກະກະ ບໍ່ທັນກະທັດຮັດ, ຮັດກຸມ ຄົນໃນກົງຈັກຈຳນວນໜຶ່ງ ຍັງສືບຕໍ່ເຮັດວຽກຕາມຄວາມຊິນເຄີຍ, ຄວາມຮັບຜິດຊອບບໍ່ທັນສູງ, ອາດຍາສິດຫ່າງ ເຫີນ
ມະຫາຊົນຫ່າງເຫີນ ຄວາມເປັນຈິງ, ຍັງບໍ່ທັນຕັ້ງໜ້າແກ້ບັນຫາ, ຍັງຈົມຢູ່ໃນວົງຈອນແຫ່ງການສວຍໃຊ້ຖານະຕຳ ແໜ່ງ ວົນວຽນນຳການສໍ້ຫລາດບັງຫລວງ ສະແຫວງຫາຜົນປະໂຫຍດຕ່າງໆນາໆ ຍ້ອນວ່າກົງຈັກຫລາຍບ່ອນ ຫລາຍອົງກອນ ຍັງບໍ່ທັນຫລຸດອອກຈາກວົງໂຄຈອນດັ່ງກ່າວນີ້, ຈຶ່ງກະທົບເຖິງວຽກບໍລິຫານຊັກຊ້າແກ່ຍາວຂາດປະສິດທິຜົນ, ປະສິດທິພາບກໍ່ຕ່ຳຍັງເປັນລັກສະນະທົ່ວໆໄປ, ແຕ່ກົງຈັກແຕ່ເທິງຮອດລຸ່ມ ຍັງເປັນລັກສະນະແຜ່ລາມ ຕາມການດຳເນີນຊີວິດການເມືອງພາຍໃນພັກ ແຕ່ເທິງລົງລຸ່ມຢ່າງກວ້າງຂວາງ ກົມການເມືອງສູນກາງພັກ ຈຶ່ງເຫັນບັນຫານີ້ແຈ້ງຂຶ້ນ ແລະ ມີທິດຈະຕ້ອງໄດ້ແກ້ໄຂປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ພ້ອມນີ້, ເພື່ອປັບປຸງເຮັດໃຫ້ກົງຈັກລັດສືບຕໍ່ໂປ່ງໃສ ແລະ ມີປະສິດທິພາບ ລັດຖະບານໄດ້ມີກົນໄກ ຕິດ
ຕາມກວດກາເປັນປະຈຳ ຄື: ເຮັດວຽກຮ່ວມກັບຄະນະຈັດຕັ້ງສູນກາງພັກ, ອົງການກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ກະຊວງພາຍໃນ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສະພາແຫ່ງຊາດ, ສະພາທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ສູນກາງແນວລາວສ້າງຊາດ ແລະ ອື່ນໆ ໂດຍອີງໃສ່ຄະນະພັກແຕ່ລະຂັ້ນ ໃຫ້ມີການສຳຫລວດກວດກາ, ປະເມີນຜົນທັງກົງຈັກ ແລະ ພະນັກງານເປັນປະຈຳ ຖ້າກວດເຫັນຄວາມບົກຜ່ອງຜິດພາດ ຫລື ການລ່ວງລະເມີດຕ່າງໆ ຕ້ອງໄດ້ມີການດຳເນີນແກ້ໄຂ ໃຫ້ເປັນຮູບປະທຳເກີດຂຶ້ນ ເຊິ່ງຄະນະຈັດຕັ້ງສູນກາງ ແລະ ຄະນະລັດຖະບານ ກໍໄດ້ເຮັດວຽກນີ້ເປັນປະຈຳ. ໃນນັ້ນ, ບັນດາການນຳໄດ້ເປັນເອກະພາບກັນວ່າ ຖ້າກວດເຫັນຢູ່ໃສ, ອົງການໃດ, ທ້ອງຖິ່ນໃດ ຕ້ອງມອບໃຫ້ເປັນພາລະ ແລະ ຄວາມຮັບຜິດຊອບຂອງອົງການນັ້ນ ຫລື ທ້ອງຖິ່ນນັ້ນ ຊີ້ນຳແກ້ໄຂແຕ່ຖ້າອົງການນັ້ນ ແລະ ການນຳຢູ່ບ່ອນນັ້ນ ບໍ່ຢາກແກ້ໄຂ, ບໍ່ກ້າແກ້ໄຂ ຫລື ບໍ່ມີຄວາມສາມາດ ຕ້ອງໄດ້ໃຫ້ຂັ້ນເທິງຍື່ນມືເຂົ້າມາແກ້ໄຂ ເຊິ່ງສະແດງອອກເຖິງຄວາມຮັບຜິດຊອບທາງດ້ານການເມືອງຂອງແຕ່ລະຂັ້ນ.
Editor: ຂ່າວສານປະເທດລາວ