ໃນເມື່ອບໍ່ດົນນີ້ ທີ່ແຂວງ ສາລະວັນ ອໍານາດການປົກຄອງແຂວງ ສາລະວັນ ຈັດພິທີມອບ-ຮັບຫົວໜ້າພະແນກການຕ່າງປະເທດ ແຂວງ ສາລະວັນ ລະຫວ່າງ ທ່ານ ຂັນໄຊ ຣັດຖະເຮົ້າ, ກຳມະການພັກແຂວງ ຫົວໜ້າພະແນກຜູ້ເກົ່າ ໄດ້ຍົກຍ້າຍໄປຮັບໜ້າທີ່ໃໝ່ ຢູ່ພະແນກໄປສະນີ ໂທລະຄົມ ແລະ ສື່ສານ ແຂວງສາລະວັນ, ທ່ານ ສີສຸພັນ ເທບວົງສາ ຫົວໜ້າພະແນກການຄ້າແຂວງຜູ້ເກົ່າ ໄດ້ຍົກຍ້າຍມາຮັບໜ້າທີ່ ເປັນຮັກສາການ ຫົວໜ້າພະແນກການຕ່າງປະເທດ ແຂວງ ສາລະວັນ ຜູ້ໃໝ່;
ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບົວທອງ ຄຸນຍອດປັນຍາ ຮອງເຈົ້າແຂວງສາລະວັນ, ມີບັນດາພະແນກການ ທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ແຂກຖືກເຊີນເຂົ້າເປັນສັກຂີພິຍານ.
Editor: ດາວໄຊ ສີວິໄລ