ອີງຕາມບົດລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8 ໂດຍທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກ່ຽວກັບການຈັດຕັ້ງປະຕິບັດແຜນວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດງານປີທ່ອງທ່ຽວລາວ 2018 ເຕັມໄປດ້ວຍບັນຍາກາດຟົດຟື້ນ ມີຄວາມໝາຍຄວາມສຳຄັນໂດຍຊຸມໃສ່ການຈັດຕັ້ງປະຕິບັດນະໂຍບາຍການສົ່ງເສີມ, ການທ່ອງທ່ຽວທໍາມະຊາດ, ວັດທະນະທຳ ແລະ ປະຫວັດສາດຂອງລັດຖະບານໃຫ້ໄປຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາ ປະຈຳປີໃຫ້ສຳເລັດຕາມຄາດໝາຍສູ້ຊົນດຶງດດູດນັກທ່ອງທ່ຽວເຂົ້າປະເທດບໍ່ໃຫ້ຫຼຸດ 5 ລ້ານເທື່ອຄົນ ແລະ ສ້າງລາຍຮັບປະມານ 900 ລ້ານໂດລາສະຫະລັດ.
ໂອກາດນີ້ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານກ່ຽວກັບການກຳນົດທິດທາງແຜນການ ການຈຸດສຸມໃນປີ 2018 ຄື: ວຽກງານການໂຄສະນາ ແລະ ການຈັດຕັ້ງປະຕິບັດໂຄງການປີທ່ອງທ່ຽວ 2018 ໂດຍການສ້າງຂະບວນການໂຄສະນາ ແລະ ການຈັດຕັ້ງບັນດາກິດຈະກຳໃນໄລຍະປີທ່ອງທ່ຽວ 2018 ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ພ້ອມນີ້ ວຽກງານການໂຄສະນາການທ່ອງທ່ຽວ ແມ່ນຮັບຮອງເຜີຍແຜ່ ແລະ ຈັດທິມມາດຕະຖານສະຖານທີ່ທ່ອງທ່ຽວຂອງລາວໃນປີ 2019-2020 ດໍາເນີນການຝຶກອົບຮົມໃຫ້ຄະນະຮັບຜິດຊອບປະເມີນຜົນຂັ້ນແຂວງ, ຂັ້ນເມືອງ ແລະ ດຳເນີນການຈັດລະດັບສະຖານທີ່ທ່ອງທ່ຽວຂອງລາວໃນຂອບເຂດທົ່ວປະເທດ. ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາການທ່ອງ
ທ່ຽວແບບຍືນຍົງ ແລະ ພັດທະນາການທ່ອງ ທ່ຽວສີຂຽວ. ນອກຈາກນີ້ ຍັງມີວຽກອື່ນໆທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໃນເວລາອັນໃກ້ນີ້.
Editor: ຂ່າວສານປະເທດລາວ