ເມື່ອບໍ່ດົນຜ່ານມາ, ຢູ່ທີ່ສະໂມສອນ ຂອງເມືອງວັງວຽງ ແຂວງວຽງຈັນ. ໄດ້ມີກອງປະຊຸມປະເມີນການປະເມີນຜົນ ການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ ແລະ ສະມາຊິກພັກ ຂອງເມືອງວັງວຽງ,ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີສະຫາຍ ສີສະຫວາດ ແສງພະຈັນ ຮອງພະແນກກວດກາພັກ-ລັດແຂວງ, ມີ ສະຫາຍ ນາງ ຄຳຮຸ່ງ ທິບພະວົງ ຄະນະປະຈຳພັກເມືອງ ຫົວຫນ້າຫ້ອງການກວດກາພັກ-ລັດເມືອງ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ ແລະ ບ້ານເຂົ້າຮ່ວມ.
ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ໃຫ້ກຽດເປີດກອງປະຊຸມພ້ອມທັງລາຍງານການເຄື່ອນໄຫວວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງວັງວຽງໃນໄລຍະ 2 ປີ (2015-2017) ແລະທິດທາງແຜນການໃນຕໍ່ໜ້າວ່າ: ໄດ້ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ, ຄັ້ງທີ 5 ຂອງອົງຄະນະພັກແຂວງ, ຄັ້ງທີ 6 ຂອງອົງຄະນະພັກເມືອງ, ລະບຽບກົດໝາຍຂອງລັດແລະບັນດາເອກະສານວັນສໍາຄັນຂອງຊາດ ມີຜູ້ເຂົ້າຮ່ວມຮັບຟັງ 6 ພັນກວ່າເທື່ອຄັນ, ຍິງ 2 ພັນກວ່າເທື່ອຄັນ. ຄະນະພັກ, ຄະນະນໍາຂັ້ນຕ່າງໆຂອງເມືອງ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮອບດ້ານຢ່າງເປັນລະບົບແລະ ກວ້າງຂວາງເປັນຕົ້ນແມ່ນການສ້າງຄອບຄົວ ສ້າງບ້ານ ປກຊ-ປກສ, ຈັດຕັ້ງລະດົມ ແລະ ການຈັດສົ່ງລູກຫລານໄປເປັນທະຫານພັນທະໃນແຕ່ລະປີ.
ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດອຸດສະຫະກໍາ-ທັນສະໄໝ ໄປສູ່ຂະແໜງ ການອຸດສະກຳແລະການບໍລິການເທື່ອລະກ້າວ. ຫົວໜ່ວຍທຸລະກິດ-ກິດຈະການຕ່າງໆໄດ້ເພີ່ມຂື້ນໃນແຕ່ລະປີ, ລວມຜະລິດຕະພັນພາຍໃນ ໃນສົກປີ 2015-2016 ບັນລຸໄດ້ 1 ຕື້ກວ່າກີບ. ສະເລ່ຍຕໍ່ຫົວຄົນບັນລຸໄດ້ 18 ລ້ານກວ່າກີບ ເທົ່າກັບ 2 ພັນກວ່າໂດລາຕໍ່ຄົນຕໍ່ປີ. ເດັກໃນເກນອາຍຸໄດ້ເຂົ້າຮຽນ 100%. ການຊົມໃຊ້ນຳສະອາດໄດ້ 86%. ແລະ ວິດຖ່າຍກວມ 93,7%. ການສ້າງຂະບວນການກໍ່ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານເພີ່ມຂຶ້ນ 11 ໜ່ວຍ ເທົ່າກັບ 59,84% ຂອງໜ່ວຍພັກທັງໝົດ, ໄດ້ມອບບັດສະມາຊິກພັກໄດ້ເຮັດຢ່າງເປັນລະບົບຕໍ່ເນື່ອງກວມເອົາ 70% ຂອງສະມາຊິກພັກທັງໝົດ. ທົ່ວເມືອງມີ 63 ບ້ານ ແລະ ສາມາດສ້າງບ້ານພັດທະນາໄດ້ 22 ບ້ານ, ບ້ານທຸກຍາກຍັງເຫຼືອ 1 ບ້ານ. ໄດ້ປະກາດເປັນເມືອງຄະນະຊາວໜຸ່ມ 4 ບຸກ, ເມືອງສະຫະພັນແມ່ຍິງ 3 ດີ, ເປັນເມືອງສະຫະພັນກຳມະບານ 2 ດີ 5 ເປັນເຈົ້າ.
ທິດທາງແຜນການຕໍ່ໜ້າແມ່ນຈະໄດ້ສຶບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະພັກ,ສະມາຊິກພັກ, ທະຫານ, ຕຳຫຼວດແລະປະຊາຊົນ. ຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກໃຫ້ກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຢ່າງແທ້ຈິງ. ສຶບຕໍ່ພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ແລະ ຕໍ່ເນື່ອງໝັ້ນທ່ຽງ.
ຕອນທ້າຍ ຍັງໄດ້ມີການປະກອບຄວາມຄິດຄວາມຄິດໃສ່ບົດລາຍງານການເຄື່ອນໄຫວວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງວັງວຽງໃນໄລຍະ 2 ປີ (2015-2017) ແລະ ທິດທາງແຜນການ ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 5 ວັນ, ນັບແຕ່ວັນທີ່ 23-27 ຕຸລາ ຈິ່ງໄດ້ອັດລົງ,
ທີມຂ່າວເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ