ໃນວັນທີ 26 ຕຸລາ 2017 ຜ່ານມານີ້, ພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ໄດ້ຈັດພິທີມອບໃບຢັ້ງຢືນເປັນຫນ່ວຍພັກແຂງ-ຮູ້ນຳພາຮອບດ້ານ ຮອບທີ 3 ປະຈໍາປີ 2016 ຂຶ້ນຢູ່ທີ່ພະແນກຂອງຕົນ. ໂດຍການເປັນກຽດເປັນປະທານຂອງ ສະຫາຍ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆວຽງຈັນ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສຸກັນ ວິໄຣຣັດ ກຳມະການພັກແຂວງ, ຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ມີບັນດາສະຫາຍເລຂາຫນ່ວຍພັກ ອົງການອ້ອມຂ້າງແຂວງ ແລະ ບັນດາສະຫາຍສະມາຊິກພັກສົມບູນ ແລະ ສຳຮອງພາຍໃນຫນ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ນາງ ບົວສະຫວັນ ສຸທຳມະວົງ ຕາງຫນ້າຄະນະກວດກາພັກ-ລັດແຂວງວຽງຈັນ ໄດ້ຂຶ້ນຜ່ານ ບົດປະເມີນການສ້າງຫນ່ວຍພັກແຂງ ຮູ້ນຳພາຮອບດ້ານ ຮອບທີ 3 ຂອງພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ, ໃນໄລຍະ 1 ປີຜ່ານມາ ຄະນະພັກສະມາຊິກພັກທຸກສະຫາຍລ້ວນແຕ່ມີແນວຄິດອຸນອຽນທຸ່ນທ່ຽງເຊື່ອຫມັ້ນຕໍ່ການນຳພາຂອງພັກ ສາມາດຂະຫຍາຍສະມາຊິກພັກໂດຍການຮັບເອົາມະຫາຊົນຜູ້ກ້າວຫນ້າເຂົ້າເປັນສະມາຊິກພັກສຳຮອງໄດ້ 4 ສະຫາຍ, ຍິງ 1 ສະຫາຍ,ສະເຫນີຄະນະຂັ້ນເທິງອະນຸມັດຮັບເອົາສະມາຊິກພັກສົມບູນ 2 ສະຫາຍ, ຍິງ 2 ສະຫາຍ ແລະ ຊຸກຍູ້ມະຫາຊົນຜູ້ມີຄວາມຫ້າວຫັນ ແລະ ກ້າວຫນ້າໃນການຈັດຕັ້ງປະຕິບັດວຽກງານເພື່ອເປັນເປົ້າຫມາຍໃນການກໍ່ສ້າງ ແລະ ຂະຫຍາຍສະມາຊິກພັກໄດ້ 7 ສະຫາຍ, ຍິງ 5 ສະຫາຍ, ພ້ອມນີ້ ກໍໄດ້ຕີລາຄາຈັດແບ່ງປະເພດຂອງສະມາຊິກພັກພາຍໃນຫນ່ວຍເຫັນວ່າໃນ ຈຳນວນ 26 ສະຫາຍ, ຍິງ 8 ສະຫາຍ,ສຳຮອງ 3 ຍິງ 1 ສະຫາຍ, ມີປະເພດແຂງຮອບດ້ານມີ 15 ສະຫາຍ, ຍິງ 5 ສະຫາຍ, ປະເພດແຂງມີ 7 ສະຫາຍ ຍິງ 2 ສະຫາຍ, ໃນໂອກາດນີ້ຍັງໄດ້ມອບ ໃບຢັ້ງຢືນຫນ່ວຍພັກແຂງ-ຮູ້ນຳພາຮອບດ້ານໃຫ້ຫນ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ແລະ ມອບໃບຢັ້ງຢືນໃຫ້ຜູ້ທີ່ໄດ້ສຳເລັດໃນການລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ຮອບດ້ານໃນໄລຍະຜ່ານມາຈຳນວນ 45 ໃບ ແລະ ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງໆວຽງຈັນ ໃຫ້ບັນດາຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດຫນ້າທີ່ວຽກງານເປັນກຽດຂື້ນມອບໃບຢັ້ງຢືນຫນ່ວຍພັກແຂງຮູ້ນຳພາຮອບດ້ານໃນເທື່ອນີ້ໂດຍ ສະຫາຍ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ ແລະ ເປັນກຽດຂຶ້ນຮັບຂອງສະຫາຍ ສຸກັນ ວິໄຣຣັດ ກຳມະການພັກແຂວງ ຫົວຫນ້າພະແນກ ແຜນການ ແລະ ການລົງທຶນ ແຂວງວຽງຈັນ
ຕອນທ້າຍຍັງໄດ້ຮັບ ຟັງການໂອ້ລົມຂອງ ສະຫາຍ ດາວເຮືອງ ນັນທະວົງ ເຊິ່ງທ່ານໄດ້ໄດ້ກ່າວຍ້ອງຍໍຊົມເຊີຍເຖີງຜົນສຳເລັດທີ່ຍາດມາໄດ້ໃນການຊີ້ນຳນຳພາໃນຂົງເຂດວຽກງານພາຍໃນພະແນກ ເຊິ່ງໄດ້ພ້ອມກັນປະຕິບັດໄດ້ເປັນຢ່າງດີເປັນຕົ້ນແມ່ນການກໍ່ສ້າງແລະ ຂະຫຍາຍສະມາຊິກພັກໃຫ້ມີການເຕີບໃຫຍທາງດ້ານຄຸນນະພາບ ແລະ ປະລິມານໄດ້ເປັນຢ່າງດີເຊິ່ງມັນໄດ້ສະແດງອອກໃນການໄດ້ຮັບນາມມະຍົດເປັນຫນ່ວຍພັກແຂງ ຮູ້ນຳພາຮອບດ້ານ ເຊິ່ງເປັນຂີດຫມາຍທີ່ສຳຄັນໃນບັນດາຜົນງານທີ່ພົ້ນເດັ່ນຂອງບັນດາສະມາຊິກພັກ ໃນການປະຕິບັດຕາມແນວທາງຂອງພັກໃນໄລຍະໄຫມ່ຂອງພັກເຮົາ ພ້ອມນັ້ນ, ຍັງໄດ້ເນັ້ນຫນັກຂໍ້ຄົງຄ້າງ ທີ່ຈະຕ້ອງພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຫມາກຜົນຈຳນວນຫນຶ່ງເປັນຕົ້ນແມ່ນ ການສຶກສາອົບຮົມການເມືອງແນວຄິດໃຫ້ບັນດາຖັນແຖວສະມາຊິກ ເປັນຕົ້ນແມ່ນຂາດຄວາມເປັນເຈົ້າການ, ມີແນວຄິດຊັ່ງຊາປຽບທຽບ ພ້ອມທັງຍັງມີສະມາຊີກພັກຈຳນວນຫນຶ່ງບໍ່ເປັນລະບຽບໃນການປະຕິບັດຫນ້າທີ່ວິຊາສະເພາະ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ ແລະ ການຮ່ວມຊີວິດການເມືອງຍັງມີແນວຄິດຈົ່ງຈຽມບໍ່ກ້າຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ, ພ້ອມນັ້ນ, ກໍໄດ້ເນັ້ນໃຫ້ບັນດາສະມາຊິກພັກຈົ່ງພ້ອມກັນຈັດຕັ້ງຜັນຂະຫຍາຍແນວທາງມະຕີ,ຄຳສັ່ງຂອງພັກ ລະບຽບກົດຫມາຍຂອງລັດ ໃຫ້ເປັນແຜນການ ແລະ ແຜນງານອັນລະອຽດເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ບັນດາພະນັກງານສະມາຊິກພັກ ໃຫ້ມີແນວຄິດເຊື່ອຫມັ້ນຕໍ່ການນຳພາຂອງພັກເຮົາເພື່ອບັນລຸເປົ້າຫມາຍ ທີ່ພັກ ໄດ້ວາງໄວ້
ຂອບໃຈທີມຂ່າວແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ