ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ຂື້ນໃນວັນທີ 26 ຕຸລາ 2017 ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອເປັນການພົບປະແລກປ່ຽນບົດຮຽນຮ່ວມກັນ, ພ້ອມທັງສ້າງຄວາມຫນັກແຫນ້ນ ເຂັ້ມແຂງວຽກງານການເມືອງ-ແນວຄິດ ໃຫ້ແກ່ບັນດານັກທຸລະກິດຜູ້ປະກອບການ ກໍາໄດ້ເຖິງແນວທາງນະໂຍບາຍ ຂອງພັກ-ລະບຽບກົດຫມາຍຂອງລັດ ໄດ້ຢ່າງຈະແຈ້ງ, ແນໃສ່ເຮັດໃຫ້ການດຳເນີນທຸລະກິດ ມີຄວາມກ້າວຫນ້າ, ປອດໃສ ແລະ ຕອບສະຫນອງທຸກວຽກງານການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ການພົບປະໃນພາກເຊົ້າ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມ ແລະ ເຊື່ອມຊືມມະຕີຂອງກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ( 2016-2020 ) ຈາກ ທ່ານ ຄໍາພັນ ພົມມະທັດ ກົມການເມືອງສູນກາງພັກ, ຫົວຫນ້າຫ້ອງວ່າການສູນກາງພັກ ໃຫ້ກຽດເປັນປະທານ.
ໃນໄລຍະຜ່ານມາ ພັກ-ລັດຖະບານ ໄດ້ເອົາໃຈໃສ່ຢ່າງຕັ້ງຫນ້າ ເຂົ້າໃນການສົ່ງເສີມພາກທຸລະກິດ ກໍ່ຄືຜູ້ປະກອບການທຸກຂັ້ນ, ສ້າງຄວາມສະດວກ-ຄວາມວ່ອງໄວ ແລະ ຫລຸດຂັ້ນຕອນຕ່າງໆ ທັງລະດັບສູນກາງ ແລະ ທ້ອງຖິ່ນ ເພື່ອພ້ອມປະສິດທິພາບ ໃນການດຳເນີນທຸລະກິດໃຫ້ສູງຂື້ນ, ສ້າງກະລະໂອກາດອັນດີແກ່ການດຳເນີນທຸລະກິດ ມີການແຂ່ງຂັນທາງດ້ານປະລິມານ ແລະ ຄຸນນະພາບ, ແນໃສ່ພາກທຸລະກິດໃຫ້ມີຄວາມເຂັ້ມແຂງຮອບດ້ານ ເພີ່ມຂິດຄວາມສາມາດ ໃນການແຂ່ງຂັນ ທັງພາຍໃນ ແລະ ຕ່າງປະເທດ ພາກພື້ນ, ເປັນຕົ້ນແມ່ນ ບັນດາທຸລະກິດຂະຫນາດນ້ອຍ ແລະ ກາງ SME ແບບທັນສະໄຫມ ການເສີມສ້າງ ສົ່ງເສີມຜະລີດຕະພັນຍີ່ຫໍ້ລາວ ເພື່ອການສົ່ງອອກ ຕະຫລອດຮອດການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ໂດຍການໃຊ້ເວທີ ທຸລະກິດລາວ ແລະ ກົນໄກການພົບປະແລກປ່ຽນໃນລະດັບຂັ້ນທົ່ວປະເທດ, ແນໃສ່ສົ່ງເສີມໃຫ້ບັນດານັກທຸລະກິດ ໄດ້ພົບປະ ແລະ ສ້າງກະລະໂອກາດອັນດີ ໃຫ້ປະຊາຊົນ ຜູ້ຕ້ອງການເປັນນັກທຸລະກິດ ໄດ້ຮັບຄວາມຮູ້ຢ່າງຖືກຕ້ອງຄົບຖ້ວນກ່ອນການລົງທຶນ.
Editor: ກຳປານາດ ລັດຖະເຮົ້າ