ເພື່ອເປັນການຊີວິດການເມືອງ ສະຫຼຸບຕີລາຄາຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫບ່ສະໄໝທີ 10 ແລະ ເນື້ອໃນຂອງກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 8, ເປັນການສະຫຼຸບຜົນງານດ້ານດີ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຂວງຫົວພັນ ໃຫ້ປະກົດຜົນເປັນຈິງ. ມາໃນວັນທີ 25 ຕຸລາ 2017 ນີ້ ເມືອງຊຳໃຕ້ ແຂວງຫົວພັນ, ໄດ້ຈັດໃຫ້ມີກອງປະຊຸມຄົບຄະນະບໍລິຫານງານພັກເມືອງຂື້ນຢູ່ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮິນທອງ ດວງຈັນສຸກ ເລຂາພັກເມືອງ ເຈົ້າເມືອງ, ມີບັນດາສະຫາຍໃນຄະນະປະຈໍາ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດເລຂາ ຄະນະພັກກຸ່ມບ້ານເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 5 ທ່ານ.
ກອງປະຊຸມຄັ້ງນີ້ ທ່ານ ພອນຈັນ ຂະທຸມພົມ ຮອງເລຂາພັກເມືອງ ແລະ ຄະນະຮັບຜິດຊອບໄດ້ຜັດປ່ຽນກັນຂື້ນຜ່ານບັນດາເອກະສານທີ່ສຳຄັນເປັນຕົ້ນ: ຮ່າງບົດສະຫຼຸບວຽກງານກວດກາພັກ-ລັດຂອງເມືອງປະຈຳປີ 2017 , ບົດສະຫຼຸບວຽກງານການຈັດຕັ້ງພັກ-ພະນັກງານ, ທິດທາງແຜນການປີ 2018 ແລະ ແຜນການເຄື່ອນໄຫວ, ກໍານົດເວລາເປີດກອງປະຊຸມໃຫຍ່ຂັ້ນຮາກຖານ. ໃນປີ 2017 ທົ່ວເມືອງຊຳໃຕ້ ແຂວງຫົວພັນ ມີ 16 ຮາກຖານພັກ, ຮາກຖານກຸ່ມບ້ານ 12 ຮາກຖານ, ຮາກຖານບ້ານໃຫຍ່ 2 ຮາກຖານ ແລະ ຮາກຖານສຳນັກງານ 2 ຮາກຖານ, ໃນນີ້ມີໜ່ວຍພັກທັງໝົດ 111 ໜ່ວຍ, ມີໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 41 ໜ່ວຍ ເທົ້າກັບ 36,93 ສ່ວນຮ້ອຍ, ທຽບໃສ່ແຜນການແມ່ນຫຼຸດຕາມແຜນທີ່ວາງໄວ້, ມີໜ່ວຍພັກແຂງດ້ານໃດ, ດ້ານໜື່ງ 53 ໜ່ວຍ ເທົ້າກັບ 47,74 % , ໜ່ວຍພັກກາງ 17 ໜ່ວຍ ເທົ້າກັບ 15,31 %. ມີສະມາຊິກພັກທັງໝົດ 1 ພັນ 664 ທ່ານ, ຍິງ 250 ທ່ານ, ສະມາຊິກແຂງຮອບດ້ານ 495 ທ່ານ ຍິງ 35 ທ່ານ, ສະມາຊິກແຂງ 750 ທ່ານ, ຍິງ 119 ທ່ານ, ກາງ 89 ທ່ານ, ຍິງ 10 ທ່ານ ແລະ ອ່ອນ 3 ທ່ານ, ຍິງ 0 ທ່ານ. ປີ 2017 ນີ້ສາມາດຂະຫຍາຍສະມາຊິກພັກໄດ້ 108 ທ່ານ, ຍິງ 23 ທ່ານ. ທຽບໃສ່ປີ 2016 ແມ່ນເພີ່ມຂື້ນ 119 ຍິງ, 24 ທ່ານ. ຫຼັງຈາກນັ້ນ, ຜູ້ແທນຂອງກອງປະຊຸມຍັງໄດ້ພ້ອມເອົາໃຈໃສປະກອບຄຳຄິດ, ຄຳເຫັນ ຢ່າງກົງໄປກົງມາ ແລະ ເປັນເອກະພາບກັນ ເພື່ອສ້າງທຸກເງື່ອນປັບປຸງບັນຫາທີ່ຍັງບໍ່ຍັງຄ້າງຄາໃຫ້ນັບມື້ດີຂື້ນ. ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ.
Editor: ກຳປານາດ ລັດຖະເຮົ້າ