ໃນທ້າຍອາທິດທີ່ຜ່ານມາ ທີ່ພະແນກ ອຸດສະຫາກຳ-ການຄ້າແຂວງ ຈຳປາສັກ. ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນແຂວງກວາງຈິ ສສ ຫວຽດນາມ ເພື່ອຈັດກອງປະຊຸມພົບປະຫາລຶການຮ່ວມມືດ່ານວຽກງານອຸດສະຫາກຳ-ການຄ້າ ລະຫວ່າງ ສອງແຂວງ ໂດຍສະເພາະແມ່ນສອງພະແນກການ ແລະ ນັກທຸລະກິດ ຈຳນວນໜຶ່ງ, ໃຫ້ກຽດຕ້ອນຮັບຄະນະຜູ້ແທນຄັ້ງນີ້ມີ ທ່ານ ຄຳແພງ ສີອາລຸນ ຮອງຫົວໜ້າພະແນກ ອຸດສະຫາກຳ-ການຄ້າແຂວງ ພ້ອມດ້ວຍຄະນະນຳ ຈຳນວນໜຶ່ງ, ຝ່າຍແຂວງກວາງຈິ ແມ່ນ ທ່ານ ຫງຽນ ຫີວ ຮືງ ຮອງຫົວໜ້າພະແນກ ອຸດສະຫາກຳແລະການຄ້າ ແຂວງກວາງຈິ, ທ່ານ ດາວວັນຫ້ຽນ ກົງສູນໃຫ່ຍ ຫຽດນາມປະຈຳພາກໃຕ້ລາວ ພ້ອມດ້ວຍນັກທຸລະກິດ ທັງສອງແຂວງເຂົ້າຮ່ວມ.
ການພົບປະແລກປ່ຽນ ລະຫວ່າງ ສອງແຂວງຄັ້ງນີ້ ແມ່ນສຶບຕໍ່ປະຕິບັດຕາມບົດບັນທືກການພົວພັນຮ່ວມມືທັງສອງຝ່າຍໃນທີ່ຜ່ານມາ ເພື່ອໃຫ້ເກີດຜົນປະໂຫຍດໃນການຮ່ວມມືກໍ່ຄືການລົງທືນດ້ານການຄ້າ ແບບກົນໄກຕະຫລາດ ຕາມທິດສັງຄົມນິຍົມ ແລະ ເຊື່ອມຕໍ່ເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ ເພື່ອສ້າງທຸກເງື່ອນໄຂໃຫ້ທຸລະກິດຂະໜາດນ້ອຍ-ຂະໜາດກາງ ໄດ້ນຳເຂົ້າ-ສົ່ງອອກ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ. ເຊິ່ງການພົບປະຄັ້ງນີ້ ເປັນການແລກປ່ຽນທາງດ້ານທຸລະກິດ ແລະ ການລົງທືນດຳເນີນທຸລະກິດຢູ່ໃນຂອບການຮ່ວມມືຂອງສອງຝ່າຍ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງແຂວງ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີການລົງທືນໃນຕໍ່ໜ້າ
ໂອກາດອັນມີຄວາມສຳຄັນ ທັງສອງຝ່າຍ ຍັງໄດ້ເຊັນບົດບັນທືກການຮ່ວມມືເຮັດທຸລະກິດຮ່ວມກັນຂອງສອງແຂວງ ໃຫ້ເປັນຮູບປະທຳຂຶ້ນເລື້ອຍ.
Editor: ກຳປານາດ ລັດຖະເຮົ້າ