ເມື່ອບໍ່ດົນມານີ້, ຢູ່ຫ້ອງການບ້ານເມືອງຈັນ ໄດ້ຈັດພີທີປະກາດສ້າງບ້ານເມືອງຈັນ ເປັນບ້ານວັດທະນະທໍາ ທີ 18 ຖັດຈາກບ້ານລະໂບກາງ ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ເກດລະຄອນ ໂອໄຊ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງເຊໂປນ, ທ່ານ ບຸນໂຈມ ໄຊທອງແດງ ຄະນະຊີ້ນໍາກຸ່ມບ້ານເມືອງຈັນ, ມີບັນດາການຈັດຕັ້ງທຸກຂັ້ນຂອງບ້ານ, ພາກສ່ວນກ່ຽວຂ້ອງພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ 70 ກວ່າຄົນ.
ບ້ານເມືອງຈັນ ມີ 175 ຫລັງຄາ, 213 ຄອບຄົວ, ຄອບຄົວວັດທະນະທໍາ 140 ຄອບຄົວ ເທົ່າ 65,72%, ພົນລະເມືອງ1.066 ຄົນ,ຍີງ 545, ມີ 2 ຊົນເຜົ່າ ຄື: ເຜົ່າຜູ່ໄທ ແລະ ເຜົ່າຕະໂອ້ຍ, ອາຊີບເຮັດໄຮ່, ສວນຕົ້ນຕໍ, ສໍາຮອງປູກຝັງລ້ຽງສັດ ໂດຍອີງໃສ່ 6 ມາດຖານການສ້າງຄົນວັດທະນະທໍາ, 5 ມາດຖານການສ້າງຄອບຄົວວັດທະນະທໍາ, 5 ມາດຖານການສ້າງບ້ານວັດທະນະທໍາ ແລະ 5 ບ້ານ ປະກາດເປັນບ້ານວັດທະນະທໍາສົມບູນ, ບ້ານວັດທະນະທໍາແມ່ນບ້ານປອດຄະດີ, ພັດທະນາເສດຖະກິດ ກ້າວໜ້າ, ປົວແປງຊິວິດການເປັນຢູ່ຂອງແຕ່ລະຄອບຄົວ, ແຕ່ລະຄົນພາຍໃນບ້ານໃຫ້ດີຂື້ນ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ມີຄວາມສະຫງົບສຸກທາງດ້ານການເມືອງ,ມີຄວາມສາມັກຄີພາຍໃນບ້ານຢ່າງແໜ້ນແກ່ນ, ອະນຸລັກປົກປັກຮັກສາ ແລະ ພັດທະນາພື້ນຖານວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ-ຂອງທ້ອງຖິ່ນຂອງເຜົ່າໄວ້ໃຫ້ຄົງຢູ່ກັບຊາດລາວຕະຫລອດໄປ, ຊອກຫາແຕ່ຄວາມກ້າວໜ້າ, ຊົມໃຊ້ຊິວິດວັດທະນະທໍາອັນສົດໃສ່ຢ່າງແທ້ຈິ່ງ ພ້ອມກັນນັ້ນ,ຕ້ານກັບທຸກປາກົດການຫຍໍ້ທໍ້ສັງຄົມ ແລະ ວັດທະນະທໍາເຊື່ອມຊາມ, ຊອດກະຈາ, ລາມົກອະນາຈານ ທີ່ແຊກຊຶມຈາກພາຍນອກຢ່າງທັນການ
ໃນພີທີໄດ້ມອບໃບຢັ້ງຢືນຄອບຄົວວັດທະນະທໍາ ຈໍານວນ 140 ຄອບຄົວ ໂດຍແມ່ນ ທ່ານ ບຸນໂຈມ ໄຊທອງແດງ ຂື້ນມອບ, ຕາງໜ້າ 140 ຄອບຄົວ, ຂື້ນຮັບຊ້ອງໜ້າການຈັດຕັ້ງທຸກຂັ້ນຂອງບ້ານ ແລະ ພໍ່ແມ່ປະຊາຊົນເປັນສັກຂິພີຍານນໍາດ້ວຍ
Editor: ກຳປານາດ ລັດຖະເຮົ້າ