ກອງປະຊຸມເຊື່ອມຊືມເອກະສານແຈ້ງຊັບສິນ ແລະ ລາຍຮັບຂອງ ພະນັກງານລັດຖະກອນ ທົ່ວເມືອງ ທ່າແຕງ ແຂວງ ເຊກອງ ໄດ້ຈັດຂື້ນວັນທີ 24 ຕຸລາ 2017 ນີ້ ຢູ່ທີ່ສະໂມສອນຂອງເມືອງ ທ່າແຕງ,ໂດຍເປັນປະທານຂອງທ່ານ ຄໍາຫຼ້າ ສິງຫາລາດ ຮອງປະທານກວດກາ ພັກ-ລັດ ເມືອງ ທ່າແຕງ,ມີພະນັກງານຫຼັກແຫຼ່ງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນເມືອງເຂົ້າຮ່ວມ.
ທ່ານ ຄໍາຫຼ້າ ສິງຫາລາດ ຮອງປະທານກວດກາ ພັກ-ລັດ ເມືອງ ທ່າແຕງ ໄດ້ຊີ້ແຈງວ່າ: ບົດແນະນໍາການຈັດຕັ້ງປະຕິບັດວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງໃຫມ່), ສະບັບເລກທີ 46/ອກລ, ລົງວັນທີ 20 ກຸມພາ 2017 ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດທີ່ສັງກັດຢູ່ໃນກົງຈັກການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດ,ລັດວິສາຫະກິດປະສົມ, ລັດຮຸ້ນສ່ວນ ເປັນການແຈ້ງລາຍລະອຽດ ເປັນລາຍລັກອັກສອນຂອງຜົວ ຫລື ເມຍ, ລູກ ແລະ ບຸກຄົນອື່ນ ທີ່ຂຶ້ນກັບການຄຸ້ມຄອງໂດຍກົງຂອງຕົນ, ມີການພົວພັນທາງດ້ານກຳມະສິດ, ຊັບສິນຂອງຕົນເອງ ຕາມເອກະສານການແຈ້ງຊັບສິນ ແລະ ລາຍຮັບທີ່ອົງການກວດກາລັດຖະບານ ໄດ້ກຳນົດໄວ້ເຊິ່ງ ປະກອບມີທີ່ດິນ,ສິ່ງປຸກສ້າງ, ພາຫະນະ ແລະ ກົນຈັກການຜະລິດຕ່າງໆ, ວັດຖຸມີຄ່າ, ພັນທະບັດ, ເງິນຝາກທະນາຄານ, ເງິນຝາກກອງທຶນ ແລະ ສະຖາບັນການເງິນອື່ນໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນຊີຮຸ້ນ, ໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ.
ສ່ວນປະເພດລາຍຮັບທີ່ຕ້ອງແຈ້ງມີ ຄື: ເງິນເດືອນ, ເງິນອຸດໜູນ, ເງິນບຳເນັດ, ລາຍໄດ້ຈາກການສ້າງເສດຖະກິດຄອບຄົວ, ການດຳເນີນທຸລະກິດ, ການຂາຍ, ການໃຫ້ເຊົ່າ, ການໃຫ້ກູ້ຢືມ,ດອກເບ້ຍເງິນຝາກ, (ຂອງຂັວນ-ລາງວັນ ມູນຄ່າ 5 ລ້ານກີບຂຶ້ນໄປ), ການໃຫ້ບໍລິການ, ຊັບສິນທາງປັນຍາ ແລະ ລາຍຮັບອື່ນໆ ພ້ອມທັງ ດໍາລັດເລກທີ 159/ລບ, ລົງວັນທີ 4 ມີຖຸນາ 2013 ວ່າດ້ວຍການແຈ້ງຊັບສິນມີ 7 ໝວດ,ມີ 25 ມາດຕາຕື່ມອີກ.
ການເຊື່ອມຊືມດໍາລັດຂອງລັດຖະບານໃນການແຈ້ງຊັບສິນຄັ້ງນີ້ ເພື່ອໃຫ້ຖືກຕ້ອງ, ເປັນເອກະພາບ, ມີປະສິດທິຜົນແລະທົ່ວເຖິງທຸກເປົ້າໝາຍ, ເປັນບ່ອນອີງໃຫ້ຄະນະພັກ, ອົງການປົກຄອງ,ອົງການກວດກາລັດ, ຕ້ານການສໍ້ລາດບັງຫລວງໃນແຕ່ລະຂັ້ນໄດ້ຮັບຮູ້ເຂົ້າໃຈ, ມີຄວາມເປັນເອກະພາບ,ເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ,ແນ່ໃສ່ເຮັດໃຫ້ການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານລັດຖະກອນພາຍໃນເມືອງ ທ່າແຕງ ໄດ້ດໍາເນີນໄປຢ່າງຖືກຕ້ອງ, ຊັດເຈນ,ໂປ່ງໃສ່, ຄົບຖ້ວນ ແລະ ທັນຕາມເວລາທີ່ໄດ້ກໍານົດໄວ້.
Editor: ກຳປານາດ ລັດຖະເຮົ້າ