ທິດຜ່ານມາ, ຢູ່ທີ່ສະໂມສອນເມືອງເຊໂປນ ໄດ້ຈັດກອງປະຊຸມ ຮັບຟັງການພົບປະ ໂອ້ລົມຂອງ ຈາກ ທ່ານນາງ ສີສະຫວັດ ໂຄດທະວົງສາ ກຳມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ, ເຂົ້າຮ່ວມມີ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ ມີບັນດາເອື້ອຍນ້ອງແມ່ຍີງ ທີ່ຈາກຫ້ອງການ, ຮາກຖານ,ໜ່ວຍ, ບ້ານອອ້ມຂ້າງເຂົ້າຮ່ວມ
ໃນພິທີ ທ່ານນາງ ພູທອງ ພົມມະຈັນ ກຳມະການພັກເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາທົ່ວເມືອງມີ 19 ໜ່ວຍ, 12 ຮາກຖານອອ້ມຂ້າງ ແລະ 88 ບ້ານ, ສະມາຊີກແມ່ຍີງ 9,062 ສະຫາຍ (ຂັ້ນບ້ານ 520 ໜ່ວຍ), ສໍາເລັດການປັບປຸງການຈັດຕັ້ງແມ່ຍິງຂັ້ນບ້ານ ໄດ້ 12 ໜ່ວຍ ຄື: ບ້ານວົງວິໄລ, ບ້ານແກ້ງກວີ, ບ້ານແກ້ງຄຶບ, ບ້ານສອນມີໄຊ, ບ້ານາບໍ່, ບ້ານອຸດົມສຸກ, ບ້ານໂພນໄຮ, ບ້ານຫ້ວຍສານ, ບ້ານສະກີຟີນ, ໜ່ວຍປະຖົມໂພນໄຮ, ໜ່ວຍປະຖົມດົງສະຫວັນ ແລະ ໜ່ວຍ ປກສ (ທຽບໃສ່ແຜນການປີ ປະຕິບັດໄດ້ 64,2 ສ່ວນຮ້ອຍ), ເປີດບັ້ນເຊັນຮັບຂໍ້ແຂ່ງຂັນ 3 ດີ ໄດ້ 16 ໜ່ວຍ,12 ຮາກຖານ, 77 ບ້ານ, ມອບໃບຢັ້ງຢືນ 3 ດີ ຄັ້ງທີ 2 ຂັ້ນເມືອງໄດ້ 16 ໜ່ວຍ, 11 ຮາກຖານ ແລະ 62 ບ້ານ, ສົ່ງເສີມກິດຈະກໍາຕໍ່າຫູກເອອື້ຍນ້ອງແມ່ຍີງ 7 ບ້ານເປົ້າໝາຍ ຄື: ບ້ານອາສີງ, ບ້ານແກ້ງກົກ, ບ້ານມັນຈີ, ບ້ານແກ້ງກິວ, ບ້ານ ລະໂບ ກາງ, ບ້ານທ່າເມະ, ບ້ານເຊໂປນເກົ່າ, ຈາກນັ້ນ, ທ່ານນາງ ສີສະຫວັດ ໂຄດທະວົງສາ ກໍ່ໃຫ້ກຽດຂຶ້ນໂອ້ລົມກ່ອນອື່ນໝົດທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາແລະຮຽກຮ້ອງມາຍັງການຈັດຕັ້ງແມ່ຍີງແຕ່ລະຂັ້ນ, ສະມາຊິກແມ່ຍິງບັນດາເຜົ່າ, ບັນດາຊັ້ນຄົນໃຫ້ມີຄວາມສາມັກຄີເປັນເອກະພາບໂດຍພື້ນຖານ,ມີການວາງແຜນ,ປືກສາຫາລືເຮັດວຽກເປັນໝູ່ຄະນະ ໂດຍອີງໃສ່ແນວທາງຂອງຄະນະພັກໃນໄລຍະໃໝ່, ໃຫ້ມີຄວາມຕັດສິນໃຈສູງເພື່ອຈະຜ່ານຜ່າອຸປະສັກນາໆປະການຈິ່ງຈະເຮັດໃຫ້ການເຄື່ອນໄຫວວຽກງານໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.
Editor: ກຳປານາດ ລັດຖະເຮົ້າ