ໃນວັນທີ 23 ຕຸລາ 2017 ຜ່ານມາ, ສະຖາບັນພັດທະນາກໍາມະບານລາວ ຮ່ວມກັບ ອົງການອາຟີດາ ໄດ້ຈັດ ກອງປະຊຸມສ້າງຄວາມເຂົ້າໃຈກ່ຽວກັບອັນຕະລາຍຂອງທາດໄຍຫີນ ແລະ ແນວທາງໃນການແກ້ໄຂບັນຫາ ກ່ຽວກັບ ພະຍາດທີ່ເກີດຈາກທາດໄຍຫີນ ທີ່ ສະຖາບັນພັດທະນາກໍາມະບານລາວ ໂດຍການເປັນປະທານຂອງ ທ່ານ ສີມູນ ອຸ່ນລາສີ ຮອງປະທານ ສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ຟີລີບ ເຮເຊຕັນ ຜູ້ປະສານງານວຽກງານທາດໄຍຫີນ ປະຈໍາພາກພື້ນ ອົງການ ອາຟີດາ ເຂົ້າຮ່ວມມີບັນດາກົມ, ສູນຕ່າງໆ, ອົງກນອານາໄມໂລກ ແລະ ສືມວນຊົນຫລາຍພາກສ່ວນເຂົ້າຮ່ວມ.
ໃນກອງປະຊຸມແມ່ນໄດ້ມີການປຶກສາຫາລື ເພື່ອສ້າງທີມງານ ແລະ ວາງແຜນການປະຕິບັດໂຄງການ ເພື່ອປ້ອງກັນພະຍາດທີ່ເກີດຈາກທາດໄຍຫີນ ທີ່ເປັນອັນຕະລາຍ ຕໍ່ ສຸຂະພາບ ໃນໄລຍະຍາວ ສະນັ້ນ ການເຄື່ອນໄຫວວຽກງານໂຄງການສ້າງຄວາມເຂົ້າໃຈ ກ່ຽວກັບ ຄວາມອັນຕະລາຍຂອງທາດໄຍຫີນ ເຫັນວ່າມີຄວາມສໍາຄັນຫລາຍ ໃນປະຈຸບັນ ຫລາຍປະເທດຢູ່ໃນໂລກ ໄດ້ມີການຢຸດເຊົາການນໍາໃຊ້ທາດດັ່ງກ່າວ ຈາກຂໍ້ມູນການຄາດຄະເນພະຍາດທີ່ ເກີດຈາກທາດໄຍຫີນໃນທົ່ວໂລກເຊິ່ງໄດ້ຕີພີມ ແລະ ເຜີຍແຜ່ໃນເດືອນ ກັນຍາ ນີ້ເຫັນວ່າ 2016 ມີຄົນເສຍຊີວິດຍ້ອນພະຍາດ ທີ່ເກີດຈາກທາດແຮ່ໄຍຫີນນີ້ ( ສອງແສນສອງໝື່ນສອງພັນສາມຮ້ອຍຊາວເອັດຄົນ ໃນທົວໂລກ ) ຍ້ອນເປັນພະຍາດ ມະເຮັງເຫຍື່ອຫຸ້ມປອດ ແລະ ມະເຮັງປອດ.
ການປະຊຸມຄັ້ງນີ້ຖືວ່າມີຄວາມສໍາຄັນຫລາຍໃນການສ້າງຄວາມເຂົ້າໃຈ ກ່ຽວກັບຄວາມຈໍາເປັນໃນການຢຸດເຊົານໍາໃຊ້ທາດໄຍຫີນ ແລະ ຄວາມຈໍາເປັນໃນການສ້າງຕັ້ງກຸ່ມເຄືອຂ່າຍໂຄງການປ້ອງກັນພະຍາດ ທີ່ ເກີດຈາກທາດໄຍຫີນ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈຶງ ໃນອານາຄົດ
Editor: ກຳປານາດ ລັດຖະເຮົ້າ