ເພື່ອສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງຢ່າງຕໍ່ເນື່ອງ, ມີຄວາມຄ່ອງຕົວ, ຮັບປະກັນລັກສະນະສືບທອດ, ແທດເໝາະກັບສະພາບຄວາມເປັນຈິງຂອງວຽກງານ; ຈັດຕັ້ງປະຕິບັດ ພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຊອບ ຕາມໂຄງປະກອບກົງຈັກການຈັດຕັ້ງ ພາຍໃນສານປະຊາຊົນເຂດ 2 ແຂວງວຽງຈັນ ໃຫ້ມີຜົນສຳເລັດຮອບດ້ານ. ດັ່ງນັ້ນມາໃນ ວັນທີ 19 ຕຸລາ 2017 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ ສານປະຊາຊົນເຂດ 2 ເມືອງວັງວຽງ, ແຂວງວຽງຈັນ, ໄດ້ຈັດພິທີປະກາດການຈັດຕັ້ງ ຂອງສານປະຊາຊົນເຂດ 2 ແຂວງວຽງຈັນ ຂຶ້ນຢ່າງເປັນທາງການ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີ ທ່ານ ຄໍາຜ່ອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີ ທ່ານ ທອງໃບ ສຸທຳມະວົງ ຮອງປະທານສານປະຊາຊົນແຂວງວຽງຈັນ, ມີທ່ານຮັກສາການປະທານສານແຂວງວຽງຈັນ, ບັນດາທ່ານກໍາມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສຸບິນ ໄຊຍະບົວພາ ຮັກສາການປະທານສານປະຊາຊົນເຂດ 2 ແຂວງວຽງຈັນ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານປະຈຳປີ 2016-2017 ແລະ ທິດທາງແຜນການປີ 2017-2018 ຂອງສານປະຊາຊົນວ່າ: ປະຊາຊົນເຂດ 2 ແຂວງວຽງຈັນ ມີທີ່ຕັ້ງຢູ່ເມືອງວັງວຽງ ໂດຍປະກອບດ້ວຍ 4 ຕົວເມືອງຄື: ເມືອງແມດ, ເມືອງກາສີ ແລະ ເມືອງວັງວຽງ. ໃນໄລຍະ 1 ປີຜ່ານມາ ຄະນະນຳຂອງປະຊາຊົນເຂດ 2 ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານສະມະຊິກພັກຮັບຮູ້, ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍເປັນຢ່າງດີ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມຮັບຜິດຊອບສູງ. ໃນ 1 ປີຜ່ານມາສານປະຊາຊົນເຂດ 2 ແຂວງວຽງຈັນ ໄດ້ຮັບຄະດີທັງໝົດ 167 ເລື່ອງ ໃນນັ້ນໄດ້ແກ້ໄຂແລ້ວ 148 ເລື່ອງ, ປະຈຸບັນຍັງຄ້າງ 19 ເລື່ອງ. ໃນນີ້ມີຄະດີອາຍາ 81 ເລື່ອງ, ຄະດີແພ່ງ 54 ເລື່ອງ ແລະ ຄະດີຄອບຄົວ 31 ເລື່ອງ. ທິດທາງໃນຕໍ່ໜ້າແມ່ນຈະໄດ້ສຶບຕໍ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ແກ້ໄຂຂໍ້ຂັດແຍ່ງຂອງປະຊາຊົນບັນດາ ເຜົ່າໃນຂອບເຂດຄວາມຮັບຜິດຊອບໃຫ້ດີຂຶ້ນ,ວ່ອງໄວ ແລະ ເປັນທຳໃຫ້ແກ່ສັງຄົມ.
ຈາກນັ້ນ ໃນກອງປະຊຸມ ທ່ານ ກັ້ງ ເຕັມສົມບັດ ຄະນະພັກຫົວໜ້າກົມຈັດຕັ້ງ-ພະນັກງານສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານ ມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 057/ສພຊ. ນະຄອນຫຼວງວຽງຈັນ, ວັນທີ 13 ກັນຍາປີ 2017 ວ່າດ້ວຍ ການຍົກຍ້າຍ ທ່ານ ພົງມີ ສີສະຫວັດ ຮອງປະທານາສາປະຊາຊົນເຂດ 2 ແຂວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການ ຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ. ແລະ ໄດ້ຜ່ານຂໍ້ຕົກລົງ ສະພາແຫ່ງຊາດລາວ ສະບັບເລກທີ 026/ສພຊ, ນະຄອນຫຼວງວຽງຈັນ, ວັນທີ 13 ກັນຍາ 2017 ວ່າດ້ວຍ ການແຕ່ງຕັ້ງ ທ່ານ ສຸບິນ ໄຊຍະບົວພາ ຮັກສາການປະທານສານປະຊາຊົນເຂດ 2 ແຂວງວຽງຈັນ ເປັນປະທານສານປະຊາຊົນເຂດ 2 ແຂວງວຽງຈັນ,
ໃນຕອນທ້າຍ, ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ການພິທີໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ພ້ອມຮຽກຮ້ອງມາຍັງ ປະທານສານປະຊາຊົນເຂດ 2 ແຂວງວຽງຈັນຄົນໃໝ່ ໃຫ້ທຸ້ມເທສະຕິປັນຍາ ຊີ້ນຳ-ນຳພາ ວຽກງານຮອບດ້ານ ເຮັດໃຫ້ວຽກງານສານປະຊາຊົນ ກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ນຳເອົາບົດຮຽນຈາກຜູ້ເກົ່າໄປຜັນຂະຫຍາຍໃຫ້ມີຜົນສຳເລັດ ເຮັດໃຫ້ວຽກງານສານປະຊາຊົນມີການກ້າວໄປໃນທຸກດ້ານ, ສຳຄັນອີກອັນໜຶ່ງແມ່ນການນຳພາຮັກສາ ຫຼັກການ ແລະ ລະດັບຄວາມຕໍ່ເນື່ອງຂອງວຽກງານພັກ-ວຽກງານລັດ ຢູ່ສານປະຊາຊົນເຂດ 2 ແຂວງວຽງຈັນໃຫ້ມີ ຄວາມສະຫງົບ, ມີຄວາມສາມັກຄີເປັນເອກະພາບ, ມີຄວາມເປັນທໍາ ໃນການບໍລິການ ຮັບໃຊ້ ການຈັດຕັ້ງພັກ-ລັດ ແລະ ສັງຄົມໃຫ້ດີທີ່ສຸດ.
Editor: ກຳປານາດ ລັດຖະເຮົ້າ