ທ້າຍອາທິດທີ່ຜ່ານມາ ຢູ່ທີສະໂມສອນຂອງແຂວງຈຳປາສັກ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານການນຳຫຼັກແຫຼ່ງຂອງ ແຂວງຈຳປາສັກ ໃນໂອກາດນີ້ ທ່ານ ປະລິນຍາເອກ ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດ ວງກງານຂອງແຂວງ ໃນໄລຍະ 9 ເດືອນຜ່ານມາ ເຊີ່ງໄດ້ຍົກໃຫ້ເຫັນຂໍ້ສະດວກຂໍ້ຫຸ້ຍງຍາກ ທີ່ທາງແຂວງຈຳປາສັກ ຈະໃດ້ສຸມໃສແກ້ໄຂໃນຕໍ່ໜ້າ ໂດຍສະເພະການພັດທະນາເສດຖະກີດ-ສັງຄົມ ການແກ້ ໄຂຄວາມທຸກຍາກຂອງປະຊົນ ປະກົດການຫໍ້ຍທໍ້ພາຍໃນສັງຄົມ ແລະ ອື່ນໆ
ໂອກາດນີ້ ກໍ່ໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເຊື່ງທ່ານ ໄດ້ຍອ້ງຍໍຊົມເຊີຍ ຕໍ່ການນໍາແຂວງຈໍາປາສັກ ທີ່ຍາດມາໄດ້ ພ້ອມທັງ ໄດ້ເນັ້ນໜັກໃຫ້ ອຳນາດການປົກຄອງແຂວງຈຳປາສັກ ສືບຕໍ່ສືກສາອົບຮົມ ການເມືອງແນວຄີດ ໃຫ້ສະມາຊີກພັກ ພະນັກງານ ໃຫ້ມີຄວາມໜັກແໜ້ນແລະສຸ່ມໃສການປະຕິບັດຄາດໝາຍ ການລົບລ້າງຄວາມທຸກຍາກ ໃຫ້ໄດ້ໃນປີ 2020 ຊອກໃຫ້ເຫັນທ່າແຮງ ບົ່ມຊ້ອນ ຂອງແຂວງຈຳປາສັກ ທີ່ອຸດົມສົມບູນ ໄປດວ້ຍຊັບພະຍາກອນທຳມະຊາດ ໂດຍມີການສົ່ງເສີມການລົງທືນ ແລະ ການຜະລິດ ພ້ອມທັງຊອກຫາຕະຫຼາດຈຳໜ່າຍ. ພ້ອມນັ້ນ, ຕອ້ງສືບຕໍ່ພັດທະນາ ວງກງານການສືກສາ ວງກງານສາທາລະນະສຸກ ໃຫ້ປະຊາຊົນເຂົ້າເຖີງຢ່າງກວ້າງຂວາງ ສືບຕໍ່ຜັນຂະຫຍາຍມະຕິ ກອງປະຊຸມໃຫ່ຍຄັ້ງທີ 10 ຂອງພັກ ແລະ ຂອງແຂວງໃນແຕ່ລະຂັ້ນ ໃຫ້ບັນລຸເປົ້າໝາຍ ໄປຕາມແຜນການ ການດໍາ ເນີນງານຢ່າງລະອຽດ ແລະ ສອດຄອ່ງ. ພາຍໃນໃຫ້ມີຄວາມສາມະຄີໜັກແໜ້ນ, ມີສະຕິລະວັງຕົວ ຕໍ່ກົນອຸບາຍຂອງສັດຕູ ທີ່ຫວັງມ້າງເພທຳລາຍ ປະເທດຊາດ ປະກອບສ່ວນເຮັດໃຫ້ບ້ານເມືອງ ມີຄວາມສະຫົງບສຸກ ສັງຄົມມີຄວາມສີວິໄລ ຂື້ນໄປເລື່ອຍໆ
Editor: ກຳປານາດ ລັດຖະເຮົ້າ