ໃນວັນທີ 20 ຕຸລາ 2017 ຜ່ານມາ ຄະນະຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ ສໍາມະນາກ່ຽວກັບ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃນຂອບການຮ່ວມມືອາຊຽນ. ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ນະຄອນຫຼວງວຽງຈັນ. ເນື່ອງໃນໂອກາດຄົບຮອບ 72 ປີ ວັນການທູດລາວ, ຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ອານຸພາບ ວົງຫນໍ່ແກ້ວ ກໍາມະການ ຄະນະບໍລິຫານງານຂາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ, ຫົວຫນ້າກົມອົງການຈັດຕັ້ງສາກົນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອາລຸນໄຊ ສູນນະລາດ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ພົງສະຫວັນ ສີສຸລາດ ຫົວຫນ້າກົມອາຊຽນ, ຫົວຫນ້າກອງເລຂາອາຊຽນແຫ່ງຊາດ ແລະ ບັນດາສະຫາຍຮອງກົມ ພ້ອມດ້ວຍສະມາຊິກຊາວໜຸ່ມ ຈາກບັນດາກະຊວງ, ອົງການຈັດຕັ້ງອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງ ການບັນລະຍາຍຈາກບັນດານັກສໍາມະນາກອນ ກ່ຽວກັບ ສະພາບການຮ່ວມມື, ຂໍ້ຫຍຸ້ງຍາ ແລະ ສິ່ງທ້າທາຍພາຍໃຕ້ປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທໍາ - ສັງຄົມອາຊຽນ, ພ້ອມທັງການພົວພັນພາຍນອກຂອງອາຊຽນ, ໃນນີ້ນັກສໍາມະນາກອນ ຍັງໄດ້ຍົກໃຫ້ເຫັນ ຜົນສໍາເລັດອັນພົ້ນເດັ່ນຂອງອາຊຽນ ຕະຫຼອດໄລຍະ 5 ທົດສະຫວັດຜ່ານມາ ໂດຍສະເພາະແມ່ນ ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ອັນເປັນການສ້າງເງື່ອນໄຂ ທີ່ ເອື້ອອໍານວຍໃຫ້ແກ່ການພັດທະນາ ເສດຖະກິດ - ສັງຄົມ ຂອງບັນດາປະເທດໃນພາກພື້ນ ກໍຄື ການເຊື່ອມໂຍງເສດຖະກິດພາກພື້ນອາຊຽນ ຈົນກ້າວໄປສູ່ການສ້າງປະຊາຄົມອາຊຽນ ໃນວັນທີ 31 ທັນວາ 2015. ນອກນັ້ນ ໃນກອງປະຊຸມຍັງໄດ້ຍົກໃຫ້ເຫັນ ຜົນສໍາເລັດ ແລະ ການປະກອບສ່ວນຂອງ ສປປລາວ ເຂົ້າໃນວຽກງານອາຊຽນຕະຫຼອດ 20 ປີ ຜ່ານມາ.
ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມ ກໍ່ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ພາຍໃຕ້ຂອບການຮ່ວມມືຂອງຂະແໜງ ເພື່ອໃຫ້ບັນດາອ້າຍນ້ອງຊາວໜຸ່ມມີຄວາມເຂົ້າໃຈ ແລະ ກໍາໄດ້ສະພາບການ ໃນເວລາໄປເຄ່ືອນໄຫວວຽກງານອາຊຽນເຊັ່ນ: ການຮັດແຄບ ຄວາມແຕກໂຕພາຍໃນອາຊຽນ, ບັນຫາອາດສະຍາກໍາຂ້າມຊາດ, ສິດທິມະນຸດ, ວຽກງານຊາວໜຸ່ມ, ການສຶກສາ, ການບັນເທົາທຸກໄພພິບັດ ແລະ ຊຸກຍູ້ໃຫ້ອ້າຍນ້ອງຊາວໜຸ່ມຈາກບັນດາ ກະຊວງ ແລະ ອົງການຈັດຕັ້ງອ້ອມຂ້າງສູນກາງ ທີ່ ຮັບຜິດຊອບວຽກງານອາຊຽນ ເປັນເຈົ້າການ ເພື່ອຍາດແຍ່ງເອົາຜົນປະໂຫຍດ ໃນຂອບການຮ່ວມມືອາຊຽນ ມາສູ່ ສປປ ລາວ ເຮົາ.
Editor: ກຳປານາດ ລັດຖະເຮົ້າ