ກອງປະຊຸມສະຖິຕິລະດັບຊາດ ສໍາລັບການຕິດຕາມ ແລະ ປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ໄດ້ຈັດຂື້ນ ໃນວັນທີ 20 ຕຸລາ 2017 ນີ້, ທີ່ສູນການຮ່ວມມືສາກົນ ນະຄອນຫຼວງວຽງຈັນ ເຊິງກົງກັບວັນສະເຫຼີມສະຫຼອງ ວັນສະຖິຕິໂລກ ທີ່ໝູນວຽນບັນຈົບ ຄົບຮອບ ມາເປັນປີທີ 7 ພາຍໃຕ້ຄໍາຂັວນ “ ບໍ່ປ່ອຍຜູ້ໃດຢູ່ເບື້ອງຫລັງ”, ໃຫ້ກຽດເປັນປະທານກອງປະຊຸມຄັ້ງນີ້ໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ, ມີບັນດາ ຫົວຫນ້າ - ຮອງຫົວຫນ້າສູນສະທິຕິແຫ່ງຊາດ, ຫົວຫນ້າກົມ - ຮອງກົມ, ຜູ້ຕາງຫນ້າຈາກບັນດາກະຊວງ, ອົງການອ້ອມຂ້າງສູນກາງ ແລະ ຫົວຫນ້າສູນສະຖິຕິປະຈໍາແຂວງ, ນະຄອນຫຼວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສະທິຕິລະດັບຊາດ ໃນຄັ້ງນີ້ ແມ່ນຈະໄດ້ພ້ອມກັນປຶກສາຫາລື ໂດຍຈະໄດ້ເນັ້ນ ໜັກ 3 ບັນຫາທີ່ສໍາຄັນຄື: 1./, ສ້າງ ແລະ ປັບປຸງລະບົບສະຖິຕິຂັ້ນທ້ອງຖີ່ນ ໂດຍການຫັນວຽກງານສະຖິຕິຕາມທິດຂອງມະຕິ 3 ສ້າງ.
2./ ສ້າງແຜນພະລິດຂໍ້ມູນສະຖິຕິ ເພື່ອສະໜອງໃຫ້ແກ່ການ ຕິດຕາມ ແລະ ປະເມີນຜົນແຜນພັດທະນາ ເສດຖະກິດ - ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັກດທະນາແບບຍືນຍົງ.
3./ ການເຜີຍແຜ່່ຂໍ້ມູນທີ່ທົ່ວເຖິງ ແລະ ທັນສະໄໝທີ່ສາມາດເຂົ້າເຖິງໄດ້ງ່າຍ.
ນອກນັ້ນ, ໃນກອງປະຊຸມ ທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນບົດຮຽນທາງດ້າວິຊາການ ຕໍ່ກັບການຈັດຕັ້ງປະຕິບັດວຽກງານສະທິຕິ ເພື່ອຮັບປະກັນເຮັດໃຫ້ການພັດທະນາວຽກງານສະທິຕິໃຫ້ດີຂື້ນເລືອຍໆ ໂດຍສະເພາະແມ່ນການຕອບສະໜອງຂໍ້ມູນທີ່ຈໍາເປັນ ໃຫ້ແກ່ການວາງນະໂຍບາຍ, ແຜນການການຄົ້ນຄົ້ວວິໄຈ ແລະ ຜູ້ຊົມໃຊ້ໃນທົ່ວສັງຄົມ, ເຊິງການຈັດຕັ້ງປະຕິບັດວຽກງານສະທິຕິໃນໄລຍະຜ່ານມາ ເຫັນວ່າຍັງມີຫລາຍດ້ານບໍ່ທັນເຮັດໄດ້ດີ ແລະ ຄ່ອງຕົວ ເປັນຕົ້ນ ຂໍ້ມູນຕົວເລກສະຖິຕິທີ່ໄດ້ເກັບກໍາ, ສັງລວມ ແລະ ລາຍງານ ຍັງບໍ່ສອດຄ່ອງ ແລະ ກົມກຽວເທົ່າທີ່ຄວນ. ພ້ອມນັ້ນ, ຍັງຕ້ອງເອົາໃຈໃສ່ ວຽກງານນິຕິກໍາ, ການຈັດຕັ້ງ ແລະ ບຸກຄະລາກອນ, ປັບປຸງສະທິຕິຂັ້ນທ້ອງຖີ່ນ, ເສີມສ້າງຄວາມສາມາດໃຫ້ແກ່ບຸກຄະລາກອນ ໃນຂະແຫນງສະຖິຕິຢ່າງຕໍ່ເນື່ອງ, ສົ່ງເສີມການພະລິດຂໍ້ມູນສະຖິຕິໃຫ້ໄດ້ຕາມມາດຕາຖານສາກົນ, ເພີ່ມຄວາມຫຼາກຫລາຍໃນການເຜີຍແຜ່ຂໍ້ມູນສະທິຕິທາງການ, ປັບປຸງຂອດການປະສານງານໃຫ້ມີປະສິດຕິຜົນ ແລະ ນໍາໃຊ້ງົບປະມານທີ່ມີຈໍາກັດ ຢ່າງປະຢັດ ແລະ ເໝາະສົມ ພ້ອມທັງນໍາເອົາເນື້ອໃນຈິດໃຈດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ເກີດດອກອອກຜົນ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະທິຕິິມີປະສິດທິຜົນຍິ່ງຂື້ນ ໃນການຕອບສະໜອງຄວາມຕ້ອງການໃນໄລຍະໃຫມ່.
Editor: ກຳປານາດ ລັດຖະເຮົ້າ