ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຮ່ວມກັບບັນດາປະເທດສະມາຊິກອາຊຽນ, ຈັດພິທີສະເຫລີມຫລອງວັນຄຸ້ມຄອງໄພພິບັດ ອາຊຽນ ຄົບຮອບ 12 ປິ, ຂຶ້ນໃນວັນທີ 19 ຕຸລານີ້, ທີ່ແຂວງຫລວງພະບາງ, ໂດຍການເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຮອງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ທ່ານ ເລເລືອງ ມິ໋ງ (Le Luong Minh), ເລຂາທິການໃຫຍ່ອາຊຽນ, ມີບັນດາລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ, ຫົວໜ້າສູນອາຮ່າ ແລະ ເຈົ້າແຂວງຫວຼງພະບາງ ເຂົ້າຮ່ວມ.
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ເພື່ອເປັນການສືືບຕໍ່ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການກຽມພ້ອມ, ແກ້ໄຂ ແລະ ຫລຸດ ຜ່ອນບັນດາຜົນກະທົບຈາກໄພພິບັດດັ່ງກ່າວ, ພ້ອມນັ້ນ ຍັງຖືໂອກາດດັ່ງກ່າວຕິດຕາມ ແລະ ທົບທວນຄືນກ່ຽວກັບຜົນການຈັດຕັ້ງປະຕິບັດບັນດາເອກະສານສຳຄັນທີ່ບັນດາຜູ້ນຳປະເທດອາຊຽນໄດ້ຕົກລົງ, ມອບໝາຍໃຫ້ ແລະ ທັງເປັນການທົບທວນຄືນຜົນຂອງກອງປະຊຸມທີ່ບັນດາປະເທດອາຊຽນ ໄດ້ເຫັນດີປະຕິບັດຮ່ວມກັນຕະຫລອດໄລຍະໜຶ່ງປີຜ່ານມາ, ໂດຍສະເພາະການປະຕິບັດຖະແຫລງການອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ ພາຍໃນພາກພື້ນ ແລະ ພາຍນອກພາກພື້ນອາຊຽນ, ທີ່ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ຢູ່ ສປປ ລາວ.
ລັດຖະບານລາວ ໄດ້ຖືເອົາວຽກງານການຄຸ້ມຄອງໄພພິບັດເປັນວຽກງານບູລິມະສິດໜຶ່ງ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນຍຸດທະສາດການສ້າງເສດຖະກິດແຫ່ງຊາດ ໄປຕາມທິດພັດທະນາແບບຍືນຍົງທີ່ມີຄວາມກົມກຽວກັນ ລະຫວ່າງ ການພັດທະນາເສດຖະກິດ, ການພັດທະນາສັງຄົມ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ເພີ່ມທະວີການກຽມພ້ອມຮັບ ມືກັບໄພພິບັດທຳມະຊາດ, ການຈັດຕັ້ງປະຕິບັດແຜນພັດທະນາວຽກງານສະຫວັດດີການສັງຄົມ 2020, ຊຶ່ງໄດ້ກວມເອົາແຜນງານການຕອບໂຕ້ໄພພິບັດ, ການຊ່ວຍເຫລືອສຸກເສີນ ແລະ ຟື້ນຟູຫລັງໄພພິບັດ ເພື່ອເປັນການຈັດຕັ້ງຜັັນຂະຫຍາຍບັນດາສັນຍາ ແລະ ຂໍ້ຕົກລົງຂອງພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ມີຄຳເຫັນວ່າ: ໄລຍະຜ່ານມາ, ສປປ ລາວ ໄດ້ເຊື່ອມສານວຽກງານໄພພິບັດເຂົ້າໃນຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງສາທາລະນະສຸກ, ຂະແໜງສຶກສາ, ໂດຍເອົາເຂົ້າໃນຫລັກສູດຂອງໂຮງຮຽນ ເພື່ອເຮັດໃຫ້ເຂົາເຈົ້າຮຽນຮູ້ ແລະ ກຽມພ້ອມຮັບມືກັບໄພພິບັດ, ໄດ້ຈັດຕັ້ງຕາໜ່າງປົກປ້ອງໄພພິບັດລົງສູ່ຊຸມຊົນ, ບ້ານ ແລະ ໄດ້ຈັດຕັ້ງການຝຶກອົບຮົມໃຫ້ພາກສ່ວນກ່ຽວຂ້ອງທຸກລະດັບ, ໂດຍສະເພາະແມ່ນການຕອບໂຕ້ ແລະ ຮັບມືກັບບັນຫາການປ່ຽນແປງດິນຟ້າອາກາດ, ໄພນ້ຳຖ້ວມ ແລະ ແຫ້ງແລ້ງ, ລົມພາຍຸພັດ, ສັດຕູພືດທຳລາຍຜົນລະປູກ, ພະຍາດລະບາດ, ດິນເຈື່ອນ ແລະ ອື່ນໆ.
ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດ ແລະລ ຕອບໂຕ້ສຸກເສີນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມອື່ືນໆນີ້, ຈະເປັນເວທີປຶກສາຫາລືບັນຫາທີ່ສຳຄັນ ແລະ ສາມາດບັນລຸບັນດາຂໍ້ຕົກລົງຮ່ວມກັນ ທີ່ນຳສູ່ການພັດທະນາ ແລະ ປັບປຸງເຮັດໃຫ້ວຽກງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນໃຫ້ສອດຄ່ອງກັບວິໄສທັດ ອາຊຽນ 2025 ກ່ຽວກັບການຄຸ້ມຄອງໄພພິບັດໃຫ້ມີປະສິດທິຜົນສູງ, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການສຶບຕໍ່ສ້າງປະຊາຄົມອາຊຽນ ໃຫ້ສຳເລັດໃນຊຸມປີຕໍ່ໜ້າ.
Editor: ກຳປານາດ ລັດຖະເຮົ້າ