ວັນທີ 17 ຕຸລາ 2017 ຄະນະພັກກກຸ່ມ-ກຸ່ມບຸນຖີ່ນ ເມືອງຄຳ ໄດ້ຈັດພິທີມອບ-ຮັບນາມມະຍົດ 9 ບ້ານເປັນບ້ານພັດທະນາ ຂື້ນທີເດີ່ນໂຮງຮຽນ ມໍສໍ ບຸນຖີ່ນ ເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳແສນ ມະນີວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ-ແຂວງຊຽງຂວາງ, ມີ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄຳ, ມີບັນດາ ຂະແໜງການ 4 ກຸ່ມວຽກ ຂັ້ນແຂວງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າ ຫ້ອງການອ້ອມຂ້າງເມືອງ, ມີພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ຄະນະພັກບ້ານ 9 ບ້ານພ້ອມດ້ວຍເຖົ້າແກ່ແນວໂຮມຜູ້ຊົງຄຸນວຸດທິ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຈາກນັ້ນ ທ່ານ ວັນໄຊ ເພັງສັນຕິ ກຳມະການພັກເມືອງ ເລຂາພັກກຸ່ມ-ກຸ່ມບຸນຖີ່ນ ກໍ່ໄດ້ຂື້ນຜ່ານບົດສະຫຼຸບ ແລະ ທິດທາງແຜນການສົກໃນປີ 2018-2019 ໃຫ້ຮູ້ວ່າ: 9 ບ້ານກຸ່ມບຸນຖີ່ນປະກອບມີ 472 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 2.688 ຄົນ, ຍິງ 1.212 ຄົນ, ມີ 5 ເຜົ່າຊົນຢູ່ຮ່ວມກັນເຊັ່ນ: ເຜົ່າ ລາວ, ເຜົ່າໄຕ, ເຜົ່າຜ້ອງ, ເຜົ່າກືມມຸ ແລະ ເຜົ່າເມີ້ຍ, ມີເນື້ອທີ່ດີນທັງໝົດ 12.696 ກວ່າເຮັກຕາ ເປັນເຂດພູດອຍໂດຍມີຊີບໃນການປູກຝັງລ້ຽງສັດ ເປັນຕົ້ນຕໍພ້ອມນັ້ນ 9 ບ້ານກຸ່ມບຸນຖີ່ນກໍ່ຍັງແມ່ນບ້ານຈຸດສຸມ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງນາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານຈາກກະຊວງ, ແຂວງ ແລະ ເມືອງ ໂດຍປະຕິບັດຕາມຄຳສັ່ງແນະນຳເລກທີ່ 09/ກມສພ ໃນການເລັ່ງໃສ່ແກ້ໄຂຄວາມທຸກ ຍາກ ແລະ ສ້າງຄວາມເຂັ່ມແຂງໃຫ້ແກ່ຄະນະພັກອຳນາດການປົກຄອງຢູ່ຂັ້ນຮາກຖານເປັນຕົ້ນແມ່ນ: ປັບປຸງພື້ນຖານໂຄງລ່າງ, ເນື້ອທີ່ທໍາການຜະລິດ ແລະ ເຕົ້າໂຮມຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ນອກຈາກນີ້, ຍັງໄດ້ໃຫ້ຮູ້ອີກຕື່ມວ່າກ່ອນຫັນລົງກໍ່ສ້າງຮາກຖານພັດທະນາຊົນນະບົດຮອບດ້ານ ເປັນບ້ານທີ່ມີລະບົບຈາກການຊີ້ນຳ-ນຳພາ ຂອງຄະນະພັກອຳນາດການປົກຄອງຂັ້ນແຂວງ, ຂັ້ນເມືອງ ໂດຍອີງໃສ່ປະຕິບັດຕາມຄຳສັ່ງແນະນຳເລກທີ່ 03/ກມສພ ວ່າດ້ວຍ ການສ້າງບ້ານເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດດຳລັດ 309/ນຍ ວ່າດ້ວຍມາດຕະຖານຄວາມ ທຸກຍາກ ມາດຕະຖານການພັດທະນາ ແລະ ມະຕິຕົກລົງເລກທີ່ 133/ຄປພຂ, ມະຕິຕົກລົງເລກທີ່ 352/ຄປພມ-ມຄ ວ່າດ້ວຍການສືບຕໍ່ຫັນລົງກໍ່ສ້າງຮາກຖານເມືອງພັດທະນາຊົນນະບົດ ໃນສົກປີ 2010-2015 ບ້ານປະຕິບັດໄດ້ສໍາເລັດຕາມ 4 ເນື້ອໃນ, 4 ຄາດໝາຍ, ເປັນຕົ້ນແມ່ນກຸ່ມການເມືອງ, ກຸ່ມປ້ອງ ກັນຊາດປ້ອງກັນຄວາມສະຫງົບ, ກຸ່ມເສດຖະກິດ ແລະ ກຸ່ມວັດທະນະທຳ-ສັງຄົມ, ຜ່ານການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາພາຍໃນກຸ່ມຍັງສາມາດສ້າງລາຍຮັບໄດ້ເຖິງ 10 ຕື້ 784 ລ້ານກີບ ( ສີບຕື້ ເຈັດຮ້ອຍແປດສີບສີ່ ລ້ານກີບ ) ສະເລ່ຍໃສ່ຄີງຄົນໜຶ່ງໄດ້ 4.569.500 ກີບຕໍ່ຄົນຕໍ່ປີ. ນອກຈາກນີ້ ກໍ່ຍັງຈະໄດ້ ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ພ້ອມທັງຜ່ານທິດທາງແຜນການ ໃນປີ 2018-2019 ຕື່ມອີກ.
ຫຼັງຈາກ ນັ້ນ ທ່ານ ຄຳດີ ພີລະພົງ ວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃນນາມຄະນະຈັດຕັ້ງພິທີກໍ່ໄດ້ ຂື້ນຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ວ່າດ້ວຍການຢັ້ງຢືນຮັບຮອງເອົາ 9 ບ້ານເປັນບ້ານພັດທະນາ ຄື: ບ້ານແທ່ນຈອ້ງ, ບ້ານພຽງໂຄ້ງ, ບ້ານກາງຄຳ, ບ້ານພຽງດ້າງ, ບ້ານ ສົບທ້າງ, ບ້ານສົບນາ, ບ້ານສົບເປີນ, ບ້ານພຽງພ່າງ ແລະ ບ້ານສັນແກ້ວ ໂດຍເປັນກຽດຂື້ນມອບຂອງ ທ່ານ ຄຳແສນ ມະນີວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ-ແຂວງຊຽງຂວາງ.
ຕອນທ້າຍ ທ່ານ ຄຳແສນ ມະນີວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ-ແຂວງຊຽງຂວາງ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມນັ້ນ ທ່ານກໍ່ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຕໍ່ວຽກງານກໍ່ສ້າງຮາກຖານພັດທະນາຊົນນະບົດ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກອຳນາດການປົກຄອງບ້ານຈົ່ງພ້ອມກັນຮັກສາ ນາມມະຍົດດັ່ງກ່າວໃຫ້ຍືນຍົງພ້ອມທັງເສີມຂະຫຍາຍມູນເຊື້ອການພັດທະນາໃຫ້ເປັນລະບົບຢ່າງຕໍ່ເນື່ອງ ແລະເປັນແບບຢ່າງໃຫ້ແກ່ບ້ານອື່ນໆທີ່ຍັງບໍ່ທັນໄດ້ຮັບຮອງເອົາເປັນບ້ານພັດທະນາ ພ້ອມນີ້ກໍ່ຍັງໄດ້ມີການ ເປີດປ້າຍ 9 ບ້ານພັດທະນາ ແລະ ຫຼັນຄ້ອງ 9 ບາດຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ