ໃນລະຫວ່າງວັນທີ 16-17 ຕຸລາ 2017 ນີ້ ອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ຈັດກອງປະຊຸມຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂຶ້ນ ເພື່ອແນໃສ່ໃນການຄັດເລືອກ ແລະ ກຳນົດເອົາພະນັກງານນຳພາ-ຄຸ້ມຄອງທີ່ມີມາດຖານເງື່ອນໄຂຄົບຖ້ວນ ແລະ ມີຄວາມຮູ້ຄວາມສາມາດ ເພື່ອສືບຕໍ່ຊີ້ນຳໆພາວຽກງານໃນຂົງເຂດອົງການໄອຍະການແຂວງເຊກອງ ໃຫ້ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.
ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີ ທ່ານ ສົມບູນ ລາດຊະບົວສີ ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ, ທ່ານ ສົມນິດ ສີລິບຸນລຽງ ຫົວໜ້າອົງການໄອຍະການປະຊາຊົນແຂວງເຊກອງ, ທ່ານ ແກ້ວມະນີ ແກ້ວບຸນຮັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມນີ້ ກໍມີຄະນະກວດກາແຂວງ, ພະແນກພາຍໃນແຂວງ, ຮອງຫົວໜ້າ ພ້ອມດ້ວຍພະນັກງານ-ລັດຖະກອນຂອງອົງການໄອຍະການປະຊາຊົນແຂວງເຊກອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ສົມບູນ ລາດຊະບົວສີ ກໍໄດ້ເຜີຍແຜ່ຄໍາສັ່ງເລກທີ 08 ຂອງກົມການເມືອງສູນກາງພັກ, ບົດແນະນຳເລກທີ 198 ຂອງຄະນະຈັດຕັ້ງສູນກາງພັກ, ພ້ອມທັງໄດ້ຜ່ານມາດຖານເງື່ອນໄຂ ແລະ ແນະນຳການທາມທາບ ວິທີດຳເນີນການປ່ອນບັດທາມທາບໃນຮອບທີ 1, ຮອບທີ 2 ແລະ ຮອບທີ 3 ທັງນີ້ ກໍເພື່ອແນໃສ່ໃນການຄັດເລືອກ ແລະ ກຳນົດເອົາພະນັກງານນຳພາ-ຄຸ້ມຄອງໃຫ້ໄດ້ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ແລະ ມີຄວາມຮູ້ຄວາມສາມາດ ເພື່ອສືບຕໍ່ຊີ້ນຳໆພາວຽກງານໃນຂົງເຂດອົງການໄອຍະການແຂວງເຊກອງ ໃຫ້ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.
Editor: ກຳປານາດ ລັດຖະເຮົ້າ