ເພື່ອເປັນກຳລັງໃຈໃຫ້ແກ່ກຳລັງທະຫານ ທີ່ປະຈຳຢູ່ເຂດຫ່າງໄກສອກຫລີກ ເພື່ອປົກປ້ອງຜືນແຜ່ນດີນລາວ ໃຫ້ໜັ້ນຄົງຈາກພວກສັດຕູ ທີ່ບໍ່ຫວັງດີຕໍ່ຊາດລາວ. ໃນທ້າຍອາທິດແລ້ວນີ້ ທ່ານ ປະລິນຍາເອກ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ພ້ອມດ້ວຍການນຳຂອງແຂວງ, ການນຳຂອງ ກຳລັງທະຫານແຂວງ ໄດ້ລົງໄປຢ້ຽມຢາມ ອ້າຍນ້ອງທະຫານທີ່ກຳລັງປະຕິບັດໜ້າທີ່ ໃນການປົກປັກຮັກສາ ເຂດນ້ຳແດນດີນຂອງລາວ ຢູ່ທີ່ກອງຮ້ອຍ ຫ້າສອງເຈັດ (527) ໃນໂອກາດນີ້ ຄະນະບັນຊາກອງຮ້ອຍດັ່ງກ່າວ ກໍ່ໄດ້ລາຍງານສະພາບການຄວາມສະຫງົບໃນເຂດທີ່ກຳລັງຂອງຕົນຮັບຜິດຊອບແມ່ນມີຄວາມສະຫງົບໂດຍພື້ນຖານ ແລະ ໄດ້ມີການຈັດກຳລັງລົງແຕ່ລະຈຸດ ເພື່ອສັງເກດ ແລະ ຕິດຕາມການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫວັງດີ ເຂົ້າມາປັ່ນປ່ວນຄວາມບໍ່ສະຫງົບ. ແລະ ໃນໂອກາດລົງພົບປະໃນຄັ້ງນີ້ ທ່ານເຈົ້າແຂວງຈຳປາສັກ ກໍ່ຍັງໄດ້ກ່າວສະແດງຄວາມຍ້ອງຍໍຕໍ່ກຳລັງທະຫານ ທີ່ມີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບໃຊ້ຊາດ ເພື່ອປົກປັກຮັກສາດີນຂອງລາວເຮົາ ບໍ່ໃຫ້ສັດຕູເຂົ້າມາລຸກລໍ້າໄດ້ ນອກນີ້, ທ່ານຍັງໄດ້ ໃຫ້ທິດຊີ້ນຳໃຫ້ ກຳລັງທະຫານຂອງກອງຮ້ອຍ 527 ໄດ້ມີສະຕີສູງ, ເອົາໃຈໃສ່ຕໍ່ການຕິດຕາມກວດກາ ລາດຕະເວນໃຫ້ເປັນປະຈຳ ເອົາການສຶກສາອົບຮົມ ອ້າຍນ້ອງໃຫ້ມີສະຕິ ຮູ້ຈຳແນກໄດ້ມິດ-ສັດຕູ, ກຸ່ມຄົນທີ່ບໍ່ຫວັງດີຫວັງມ້າງເພ ຄວາມສາມັກຄີຂອງປະຊົນລາວ ກໍ່ຄືການພັດທະນາປະເທດຊາດ ຂອງພວກເຮົາ.
ໃນໂອກາດມາຢ້ຽມຢາມໃນຄັ້ງນີ້, ການນຳຂອງແຂວງຈໍາປາສັກ ຍັງໄດ້ນຳເອົາເຄື່ອງ ອຸປະ ໂພກ-ບໍລິໂພກ ຈຳນວນໜຶ່ງເປັນມູນຄ່າ ເກືອບ 100 ລ້ານກີບ, ມາມອບໃຫ້ກຳລັງທະຫານໄດ້ນຳໃຊ້ເຂົ້າໃນພາລະກິດປົກປັກຮັກສາ ປະເທດຊາດ ໃຫ້ໜັ້ນຄົງຕະຫລອດໄປ.
ຂ່າວຈາກ ແຂວງຈໍາປາສັກ
Editor: ກຳປານາດ ລັດຖະເຮົ້າ