ຫ້ອງກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ລວມມີຢາບ້າ 13 ລ້ານກວ່າເມັດ ແລະ ຍັງມີກັນຊາແຫ້ງ, ຢາໄອ, ກາເຟອິນ, ໂຣເດຍຣອມ, ແປ້ງປະສົມຫົວເຊື້ອຜະລິດຢາບ້າ ຫຼາຍພັນ ກວ່າກິໂລ. ເຊິ່ງພິທີຈູດທໍາລາຍຢາເສບຕິດ ດັ່ງກ່າວໄດ້ຈັດຂຶ້ນໃນເຊົ້າວັນທີ 17 ຕຸລາ 2017 ທີ່ເດີ່ນຫາດດອນຈັນ, ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 16 ປີ (12 ຕຸລາ 2001-12 ຕຸລາ 2017 ) ພາຍໃຕ້ການເປັນປະທານຂອງ ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ , ປະທານອົງການກວດກາລັດຖະບານ ແລະ ຫົວ ໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈຳລາວ ແລະ ບັນດາທ່ານຫົວໜ້າ-ຮອງກົມ ເຂົ້າຮ່ວມ.
ໃນພິທີ ທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ ກ່າວລາຍງານກ່ຽວກັບສະພາບການປະຕິບັດວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໃນໄລຍະ 1 ປີ ຜ່ານມາວ່າ: ນັບແຕ່ເດືອນ ມິຖຸນາ 2016 ຫາ ເດືອນ ກັນຍາ 2017 ສາມາດມ້າງຄະດີໄດ້ທັງໝົດທົ່ວປະເທດ 3.814 ເລື່ອງ, ຈັບກຸມຜູ້ຖືກຫາໄດ້ 5.811 ຄົນ, ໃນນີ້ເປັນຍິງ 784 ຄົນ, ຄົນຕ່າງປະເທດ 127 ຄົນ (ເປັນຍິງ 18 ຄົນ); ຢຶດຢາບ້າໄດ້ 2.552 ກິໂລກຼາມ, ເຮໂລອິນ 190 ກິໂລກຼາມ, ຄາເຟອິນ 1.875 ກິໂລກຼາມ, ຢາຝິ່ນ 224 ກິໂລກຼາມ, ກັນຊາ 5.047 ກິໂລກຼາມ, ຢາໄອ 130 ກິໂລກຼາມ, ໂຄເຄນ 0,01 ກຼາມ. ສຳລັບຢາເສບຕິດທີ່ນຳມາຈູດທໍາລາຍ ເຊິ່ງສານໄດ້ຕັດສິນ ແລະ ມີຄຳສັ່ງໃຫ້ທຳລາຍຖິ້ມ ມີລາຍລະອຽດ ຄື: ຢາບ້າ 13 ລ້ານກວ່າເມັດ, ກັນຊາແຫ້ງ 2.382 ກິໂລກຼາມ, ຢາໄອ 93 ກິໂລກຼາມ, ແປ້ງປະສົມເຊື້ອຜະລິດຢາບ້າ ມີ 272 ກິໂລກຼາມ, ຄາເຟອິນ 4.312 ກິໂລກຼາມ, ໂຣເດຍອອມ 259 ກິໂລກຼາມ ແລະ ແປ້ງຝຸ່ນສີແດງ 12 ແກັດ.
ພາຍຫລັງຮັບຟັງລາຍງານການຈັດຕັ້ງປະຕິບັດ ຄະນະປະທານ ໄດ້ໃຫ້ກຽດເລາະຢ້ຽມຊົມ ຮູບພາບການເຄື່ອນໄຫວ ຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ຫລັງຈາກນັ້ນ ຈິ່ງໄດ້ຮ່ວມກັນ ຈູດທຳລາຍຢາເສບຕິດ.
Editor: ກຳປານາດ ລັດຖະເຮົ້າ