ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທີ່ແຂວງສາລະວັນ, ໃນວັນທີ 18 ຕຸລາ 2017 ນີ້, ໂດຍການຕ້ອນຮັບຂອງ ທ່ານ ສີສຸວັນ ວົງຈອມສີ ເລຂາພັກແຂວງ,ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະ, ບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາເຈົ້າເມືອງ ທັງ 8 ເມືອງ, ບັນດາຫົວຫນ້າ-ພະແນກ ແລະ ອົງການທຽບເທົ່າທີ່ກ່ຽວຂ້ອງ ອ້ອມຂ້າງແຂວງ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ.
ການຢ້ຽມຢາມໃນຄັ້ງນີ້, ທ່ານປະທານປະເທດ ໄດ້ລົງຊີນຳວຽກງານພັດທະນາ ພື້ນຖານໂຄງລ່າງ ເປັນຕົ້ນແມ່ນ: ໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນ, ຢ້ຽມຢາມໂຮງງານຜະລິດສີມັງ, ຢ້ຽມຢາມໂຮງຮຽນຊົນເຜົ່າແຂວງສາລະວັນ ພ້ອມທັງມອບທຶນການສຶກສາ ຈຳນວນຫນື່ງ ໃຫ້ກັບໂຮງຮຽນດັ່ງກ່າວ, ແລະ ໃນຕອນບ່າຍຂອງວັນດັ່ງກ່າວ ທ່ານ ປະທານປະເທດ ຍັງໄດ້ໂອລົມບັນດາພະນັກງານຫລັກແຫລ່ງ ທົ່ວແຂວງສາລະວັນ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ