ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການອາຫານ ແລະ ການກະເສດ, ອົງການສະຫະປະຊາຊາດປະຈຳ ສປປ ລາວ, ຈັດງານສະເຫລີມສະຫລອງວັນອາຫານໂລກ 16 ຕຸລາ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ, ງານດັ່ງກ່າວແມ່ນໄດ້ຈັດຂື້ນໃນວັນທີ 17 ຕຸລາ 2017 ທີ່ສະຖານບັນຄົ້ນຄວ້າກະສິກໍາແຫ່ງຊາດ ( ວິທະຍາເຂດດົງໂດກ ) ພາຍໃຕ້ຄຳຂວັນທີ່ວ່າ “ລົງທຶນໃສ່ການຄ້ຳປະກັນສະບຽງອາຫານ ແລະ ການພັດທະນາຊົນນະບົດ ເພື່ອແກ້ໄຂການຍ້າຍຖິ່ນຖານໃນອະນາຄົດ” ແລະ “ກ້າວໄປສູ່ສັງຄົມ ສັນຕິສຸກ ແລະ ເພື່ອທຸກຄົນ”.
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະລິນຍາເອກ ເພັດ ພົມພີທັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີ ທ່ານ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສະຕີເຟັນ ຣູດກາດ ຜູ້ຕາງຫນ້າອົງການອາຫານ ແລະ ການກະເສດ ( FAO ) ປະຈໍາ ສປປ ລາວ, ມີ ທ່ານນາງ ຄາຣິນາ ອິມໂມເນນ ຫົວຫນ້າຜູ້ປະສານງານ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ເຂົ້າຮ່ວມ ມີບັນດາຄະນະຂັ້ນສູງ ຈາກອົງການຈັດຕັ້ງມະຫາຊົນ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ. ບັນດາທູດ ແລະ ຄູ່ຮ່ວມພັດທະນາ, ກົມ-ພະແນກການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ພວງປະຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ: ຄວາມທຸກຍາກ ແລະ ໄພອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫລາຍສັດຕະວັດແລ້ວ ເຊິ່ງຕະຫລອດໄລຍະຜ່ານມາ ໂລກຂອງພວກເຮົາ ໄດ້ພົບກັບໄພພິບັດທາງທຳມະຊາດ, ການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະຍາດ, ຄວາມສັບສົນວຸ້ນວາຍຂອງສັງຄົມ, ເສິກສົ່ງຄາມ ຕະຫລອດຮອດວິກິດການຕ່າງໆ ໄດ້ເຮັດໃຫ້ບັນຫາຄວາມທຸກຍາກ ແລະ ໄພອຶດຫິວຍິ່ງເພີ່ມຂຶ້ນ. ດັ່ງນັ້ນ, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາວັນທີ 16 ຕຸລາ ຂອງແຕ່ລະປີ ເປັນວັນອາຫານໂລກ ໂດຍເລີ່ມແຕ່ປີ 1980 ປັດຈຸບັນຄົບຮອບ 37 ປີ, ຕໍ່ມາອົງການສະຫະປະຊາຊາດ ກໍໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ, ໂດຍເລີ່ມແຕ່ປີ 1992 ເປັນຕົ້ນມາ ແລະ ມາຮອດປີ 2003 ລັດຖະບານແຫ່ງ ສປປ ລາວ ໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ. ດັ່ງນັ້ນ ການສະເຫລີມສະຫລອງ ວັນອາຫານໂລກ 16 ຕຸລາ ແລະ ວັນສາກົນ ແລະ ສັບປະດາລືບລ້າງຄວາມທຸກຍາກ ແມ່ນມີຄວາມຫມາຍສຳຄັນທີ່ສຸດ ແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ໃຫ້ປະຊາຊາດໃນໂລກ ໄດ້ເຂົ້າໃຈວ່າ ຄວາມທຸກຍາກ ແລະ ໄພອຶດຫິວ ແມ່ນປະກົດການທາງສັງຄົມ ຫນຶ່ງ ທີ່ພວກເຮົາສາມາດລຶບລ້າງໃຫ້ຫມົດໄປໄດ້.
ໃນພິທີ ຄະນະປະທານ ທັງໝົດ ໄດ້ພ້ອມກັນຕັດແຖບຜ້າ ແລະ ຍັງໄດ້ຮັບກຽດລັ່ນຄ້ອງ 9 ບາດ ຈາກ ທ່ານ ປອ ເພັດ ພົມພີທັກ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ, ຫົວຫນ້າຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ, ແລະ ຫລັງຈາກນັ້ນ ຄະນະປະທານ ແລະ ບັນດາແຂກ ໄດ້ມີການເລາະຢ້ຽມຊົມງານຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ